ປກສ ໄຊທານີ ທະລາຍແກ້ງຄ້າຢາລາຍໃຫຍ່.

ວັນທີ 21 ເມສາ 2022 ກອງບັນຊາການ ປກສ ເມືອງໄຊທານີ, ພັທ ສຸລິວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຖະແຫລງຂ່າວກ່ຽວກັບມ່າງຄະດີລາຍໃຫຍ່ ຈັບຜູ້ຖືກຫາ 6 ຄົນ ພ້ອມຢາເສບຕິດ 4 ແສນກວ່າເມັດ

ການມ້າງລາຍຄະດີນີ້ ມີຂຶ້ນ ໃນວັນທີ 16 ມີນາ 2022, ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງສາມາດມ້າງເຄືອຄ່າຍຂະບວນການຄ້າຂາຍຢາເສບຕິດ ໄດ້ຢູ່ 5 ຈຸດ,ຈັບໄດ້ຜູ້ຖືກຫາທີ່ກ່ຽວພັນກັບການຊື້ຂາຍຢາເສບຕິດໄດ້ 6 ຄົນ ແລະ ຜູ້ມົ້ວສຸມຈຳນວນໜຶ່ງ.
ຜູ້ຖືກຫາຊື່ ທ້າວ ພຸດທະວີ ຫລື ຕ້ອມ ອາຍຸ 31 ປີ, ບ້ານຕານມີໄຊ , ທ້າວ ພູວົງ ຫລື ວັນ 20 ປີ ນັກສຶກສາ ບ້ານ ຫນອງພະຍາ,
ທ້າວ ວັນດີທໍ່ ອາຍຸ 23 ປີ, ບ້ານດົງໂດກ, ທ້າວ ກູ້ຢ່າງ ອາຍຸ 28 ປີ ບ້ານໄຊສະຫວ່າງ, ທ້າວ ອະນຸຊາ ຫລື ແຫລມ ອາຍຸ 27 ປີ, ບ້ານຫົວຊຽງ ທັງຫມົດ ຢູ່ເມືອງໄຊທານີ ແລະ ທ້າວ ເອຍເຮີ ອາຍຸ 25 ປີ ພັກເຊົາບ້ານຫ້ວຍຫົງ ເມືອງຈັນທະບູລີ.

ການມ້າງຄະດີຢາເສບຕິດຄັ້ງນີ້ເຈົ້າໜ້າທີ່ສາມາດຢຶດຢາບ້າໄດ້ຈຳນວນ 471.465 ເມັດ, ຢາໄອສ໌ 6 ຖົງໃຫຍ່ ກັບ 3 ຖົງນ້ອຍ, ເຮໂຣອິນ 1 ຖົງນ້ອຍ, ປືນສັ້ນ 9ມມ 1 ກະບອກ ພ້ອມລູກປືນ 13 ລູກ, ລົດໃຫຍ່ 2 ຄັນ, ລົດຈັກ 3 ຄັນ,
ເງິນ 6.400.000 ກີບ, 82.000 ບາດ, 1.000 ໂດຍລາ, ສາຍແຂນຄຳ 1 ເສັ້ນ, ແວນຄຳ 1 ວົງ ແລະ ສາຍຄໍຄຳ 1 ເສັນ.
ທີ່ມາ
