ປູຕິນຫ້າມລູກສາວບໍ່ໃຫ້ບິນໄປທ່ຽວຕ່າງປະເທດເພື່ອສະຫຼອງວັນເກີດກັບແຟນໜຸ່ມ
ສື່ນອກເຜີຍວ່າມີແຫລ່ງຂ່າວຈາກລັດເຊຍລະບຸວ່າ Dr.Volontsova ລູກສາວຂອງປູຕິນຖືກສັ່ງຫ້າມອອກນອກປະເທດເພາະຢ້ານວ່າຈະກັບຄືນມາປະເທດລັດເຊຍບໍ່ໄດ້ອີກ.ຂ່າວຊ່ອງ Gerneral SVR Telegram ໄດ້ລາຍງ່ານວ່າ ຕາມແຜນຂອງລູກສາວປູຕິນວ່າ ນາງຈະເດີນທາງໄປສະຫລອງວັນເກີດຄົບຮອບອາຍຸ 37 ປີ ທີຕ່າງປະເທດກັບແຟນໜຸ່ມ
ແຕ່ເມື່ອລາວຂໍອະນຸຍາດອອກນອກປະເທດ ປູຕິນ ຜູ້ເປັນພໍ່ ໄດ້ປະຕິເສດຢ່າງເດັດຂາດ ເພາະຢ້ານລູກຈະບໍ່ປອດໄພ ແລະ ຍັງໄດ້ມີຂ່າວລືຢືນຢັນວ່າ ຖ້າລາວໄດ້ອອກນອກປະເທດແລ້ວ ລາວຈະບໍ່ກັບມາທີ່ລັດເຊຍອີກ ແລະ ມັນເປັນເຫດຜົນຫຼັກວ່າເປັນຫຍັງລາວຈຶ່ງບໍ່ໄດ້ຮັບອະນຸຍາດໃຫ້ອອກນອກປະເທດ ເປັນທີ່ຮູ້ກັກັນດີວ່າ Dr Volontsova ລູກສາວຂອງປູຕິນ
ເປັນຄົນທີ່ມັກເດີນທາງປໄປທີ່ປະເທດຕາເວັນຕົກ ແຕ່ເນື່ອງຈາກ ສົງຄຄາມລະຫ່ວາງ ລັດເຊຍ ກັບ ຢູເຄຣນ ເຮັດໃຫ້ລາວຖືກຕໍ່ຕ້ານຈາກ ປະເທດຕາເວັນຕົກ

….
