ເປັນຫຍັງຄົນຈີນສະໄຫມກ່ອນ“ ຈຶ່ງຮັ່ງມີ” ຊີວິດບໍ່ທຸກຍາກ.
1 ເຂົາຍຶດໝັ້ນກັບການຄ້າຂາຍ
ຄົນເຊື້ອສາຍຈີນສ່ວນໃຫຍ່ ມີພື້ນຖານໃນການເຮັດວຽກດ້ານການຄ້າຫລືເຮັດທຸລະກິດສ່ວນຕົວ ບໍ່ຮັບໃຊ້ຫລືເປັນພະນັກງານຖາວອນ ພວກເຮົາສາມາດເຫັນໄດ້ວ່າ ເມື່ອຊາວຈີນອົບພະຍົບ ຫລືຍົກຍ້າຍ ການເຂົ້າມາໃນປະເທດໃດກໍ່ຕາມມັກຈະເອົາຄວາມຮູ້ຕິດຕົວມາເປັນການເລີ່ມຕົ້ນຂອງຊີວິດນັ້ນກະຄືການຄ້າຂາຍ ຄົນຈີນເຊື່ອວ່າການຄ້າແມ່ນການລົງທືນທີ່ດີທີ່ສຸດ.

2 ຄົນຈີນເປັນຄົນຊື່ສັດຕໍ່ຄຳເວົ້າ ແລະຮັກສາຄຳເວົ້າເທົ່າກັບຊີວິດ.
ບໍ່ວ່າພວກເຂົາຈະເຮັດທຸລະກິດແບບໃດກໍ່ຕາມ, ຄົນຈີນຈະມີນິໄສຫນຶ່ງເປັນເຄື່ອງໝາຍຂອງການຄ້ານັ້ນ ກໍຄືຄຳເວົ້າ ໃນກະເຮັດວຽກ ຫຼືດຳລົງຊີວິດ, ການຮັກສາຄຳເວົ້າ ມັນເປັນສິ່ງສໍາຄັນທີ່ຈະເຮັດທຸລະກິດ.ມັນຈຶ່ງເຮັດໃຫ້ພວກເຂົາມີໂອກາດທີ່ດີ ໃນການຄ້າຂາຍ ແລະເຮັດໃຫ້ພວກເຂົາຮັ່ງມີ.

3 ດຸໝັ່ນ, ປະຍັດ ອົດທົນ, ເຮັດວຽກຄືກັນກັບມົດງ່າມ
ຄວາມຮັ່ງມີຂອງຄົນຈີນແມ່ນອີງໃສ່ນິໄສ ແລະຄວາມດຸໝັ່ນ, ພ້ອມທີ່ຈະເຮັດວຽກ ແລະພັດທະນາຕົນເອງທຸກຄັ້ງ. ເທົ່າທີ່ເປັນໄປໄດ້ ພວກເຂົາມັກປະຍັດ ແລະເກັບທ້ອນເງິນ ຍ້ອນແນວນັ້ນຈຶ່ງເຮັດໃຫ້ເຂົາມີເງິນເປັນຫົວ ເປັນກອບເປັນກຳໃນການເລີ່ມຕົ້ນເຮັດທຸລະກິດ ແລະຍັງເປັນນິໄສທີ່ຕິດໂຕເຂົາຕະຫຼອດ ເຖິງແມ່ນວ່າເຂົາຈະຮັ່ງມີເປັນເສດຖີກໍຕາມ.

4 ເຮັດໃນສິ່ງທີ່ຄົນອື່ນບໍ່ເຮັດ.
ຄົນຈີນຖືວ່າເປັນຜູ້ບຸກເບີກທຸລະກິດໃຫມ່ໃນຫຼາຍໆອຸດສາຫະກຳ ໂດຍມີຄຳຂວັນທີ່ວ່າ “ເຮັດທຸລະກິດຕ້ອງ ເປັນຜູ້ ທຳອິດ ຢ່າສູ່ໄປເຮັດທຸລະກິດແຂ່ງຂັນກັບຄົນອື່ນທີ່ເຂົາເຮັດຢູ່ແລ້ວ.” ໃຫ້ຫມັ່ນຄົ້ນຄິດ ແລະຄົ້ນຫາຜະລິດຕະພັນໃຫມ່ໆມາຂາຍກ່ອນຄົນອື່ນນັ້ນຖືວ່າເປັນຍຸດທະສາດທາງການຄ້າ ທີ່ເຮັດໃຫ້ພວກເຂົາ ຄວາມຮັ່ງມີ ແລະກາຍເປັນຜູ້ນຳ ການຕະຫລາດ.

5 ຮູ້ຈັກຂະຫຍາຍ ແລະປ່ຽນແປງ
ມັນເປັນເລື່ອງທຳມະດາຂອງການຄ້າ ມັນຍອມມີຜູ້ແຂ່ງຂັນຢູ່ແລ້ວ. ແຕ່ຄົນຈີນບໍ່ຄິດແນວນັ້ນ, ໃນທຸກຂົງເຂດ ມັນຍ່ອມມີໂອກາດທາງທຸລະກິດຂອງຕົນເອງ. ແລ້ວແຕ່ໃຜຈະສາມາດຮັບໂອກາດນັ້ນກ່ອນ.

6 ຄົນສອນລູກຂອງເຂົາເຈົ້າ ໃຫ້ຮູ້ວິທີປະຫຍັດເງິນ ເພື່ອເປັນທຶນທຸລະກິດ
ເຄັດລັບສູ່ຄວາມ ສຳ ເລັດ ໃນການເຮັດທຸລະກິດ, ຄົນຈີນເຕີບໃຫຍ່ຂະຫຍາຍຕົວ ຍ້ອນວ່າພວກເຂົາສອນລູກຫລານຂອງພວກເຂົາວ່າເມື່ອມີເງິນຢ່າໃຊ້ຈ່າຍສິ້ນເປືອງ ສ່ວນໜຶ່ງແມ່ນໃຊ້ຈ່າຍ. ແລະຕ້ອງມີສ່ວນທີ່ເກັບໄວ້ທ້ອນການຂະຫຍາຍທຸລະກິດຂອງຈີນບໍ່ແມ່ນຊິແຜ່ຂະຫຍາຍແບບກະໂດດຂັ້ນ ແຕ່ມັນຈະຄ່ອຍຂະຫຍາຍອອກໄປເທື່ອລະກ້າວ. ການເຄື່ອນຍ້າຍຈາກຫນຶ່ງຫາສອງ, ຈາກສອງຫາສາມ ບາງທີຖ້າບໍ່ແນ່ໃຈ, ພວກເຂົາຈະບໍ່ລົງທືນ.
