ຂ່າວທົ່ວໄປ
ລົດເສຍຫຼັກຂວາງທາງໄປມາບໍ່ໄດ້ ອານຸວົງ ຫາ ລ້ອງຊານ

ເຕືອນການສັນຈອນ: ເວລາປະມານ 15:00 ວັນທີ່ 3 ມັງກອນ 2021 ເກີດເຫດລົດ ຂົນສົ່ງ ອາຍັດ ປີ້ນຂວາງທາງ ລະຫວ່າງ ເມືອງອານຸວົງ ໄປຫາ ເມືອງລ້ອງຊານ ແຂວງໄຊສົມບູນ.

ຈຸດເກີດເຫດແມ່ນປະມານ 30 ກິໂລແມັດ ຈາກເຂດພູເບ້ຍ. ຈົນຮອດປະຈຸບັນ 20:00 ວັນທີ່ 3 ມັງກອນ 2021 ບໍ່ສາມາດເຄື່ອນຍ້າຍລົດອອກໄດ້.


ການແກ້ໄຂສະຖານະການດັ່ງກ່າວແມ່ນ ຊັກຊ້າ ຫຼາຍ ເຮັດໃຫ້ປະຊາຊົນຕິດ ແລະ ຕ້ອງນອນຄ້າງ. ເຈົ້າຂອງລົດ ແລະ ໜ່ວຍງານກ່ຽວຂ່ອງບອກວ່າ ມື້ອື່ນ 4 ມັງກອນ 2021 ຈັ່ງຊິຍ້າຍອອກ.


ດັ່ງນັ້ນ ຈິ່ງແຈ້ງເຕືອນປະຊາຊົນໃຫ້ຮັບຮູ້ ທາງໄປບໍ່ໄດ້. ບອກຕໍ່ໆກັນແດ່
