🔥 ຈາກການລາຍງານ ຂອງຄະນະສະເພາະກິດ ວັນທີ 25/04/2022 ປະຈຸບັນ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໂລກ
ເຫັນວ່າສືບຕໍ່ຫຼຸດລົງ ທຽບໃສ່ໄລຍະຜ່ານມາມື້ນີ້ ທົ່ວໂລກມີລາຍງານຜູ້ຕິດເຊື້ອໃໝ່ 3 ແສນກ່ວາຄົນ ທຽບໃສ່ໄລຍະຜ່ານມາທີ່ມີຜູ້ຕິດເຊື້ອເປນຫຼັກ ລ້ານ,
ລວມທັງບັນດາປະເທດອ້ອມຂ້າງ ສປປ ລາວ ກໍ່ສັງເກດເຫັນວ່າຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ກໍ່ສືບຕໍ່ຫຼຸດລົງເຊັ່ນກັນຈາກທີ່ເຄີຍລາຍງານຜູ້ຕິດ ເຊື້ອໃໝ່ເກືອບ 1 ແສນຄົນ /ມື້ ປັດຈຸບັນກໍ່ມີພຽງແຕ່ 7-8 ພັນຄົນ/ມື້,
ສັງເກດເຫັນວ່າຫຼາຍປະເທດໄດ້ມີການຜ່ອນຜັນຫຼາຍມາດຕະການເພື່ອອຳນວຍຄວາມສະດວກໃຫ້ແກ່ການພື້ນຟູເສດຖະກິດ ພາຍໃນປະເທດ ທີ່ໄດ້ຮັບຜົນກະທົບຍາວນານຈາກສະພາບການລະບາດພະຍາດໂຄວິດ-19 ແລະ ຄຽງຄຸ່ກັບການຜ່ອນຜັນມາດຕະການ ຫຼາຍປະເທດໄດ້ສຸມໃສ່ການສັກຢາວັກຊີນເພື່ອເຮັດໃຫ້ອັດຕາການປົກຄຸມວັກຊີນສູງຂື້ນລວມທັງເຂັມກະຕຸ້ນເພື່ອໃຫ້ມີພູມຄຸ້ມກັນໝູ່ໃນສັງຄົມ .
ສຳລັບ ສປປ ລາວ ເຮົາ ເຫັນວ່າໂຕເລກລາຍງານຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດໃໝ່ກໍ່ຫຼຸດລົງຫຼາຍທຽບໃສ່ໄລຍະຜ່ານມາ, ມື້ນີ້ຈຳນວນຜູ້ຕິດເຊື້ອໃໝ່ກໍ່ເປັນອີກມື້ໜື່ງທີ່ມີລາຍງານໜ້ອຍກວ່າ 300 ກໍລະນີ ,
ນີ້ຖືວ່າເປັນສັນຍານທີ່ດີ ເພາະຕາມຄາດຄະເນໃນເບື້ອງຕົ້ນ ທີ່ຄາດວ່າໂຕເລກຜູ້ຕິດເຊື້ອຈະເພີ່ມຂື້ນຫຼາຍ ພາຍຫຼັງການສະເຫຼີມສະຫຼອງປີໃໝ່ລາວ ໃນອາທິດຜ່ານມາ,
ຜ່ານການເຝົ້າລະວັງ 7 ວັນເຫັນວ່າຈຳນວນຜູ້ຕິດເຊື້ອບໍ່ໄດ້ເພີ່ມຂື້ນຄືດັ່ງທີ່ຄາດຄະເນໄວ້ ທັງນີ້ກໍ່ຍ້ອນທຸກຄົນ ໄດ້ຮ່ວມແຮງຮ່ວມໃຈກັນເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຂັ້ມງວດໃນການປ້ອງກັນການຕິດເຊື້ອ ລວມທັງຫຼາຍຄົນໄດ້ມີພຸມຄຸ້ມກັນ ເປັນຕົ້ນ ແມ່ນພູມຄຸ້ມກັນຈາກການສັກຢາວັກຊີນ
ລວມທັງພູມຄຸ້ມກັນຈາກທີ່ເຄີຍຕິດເຊື້ອມາກ່ອນ,ເຖີງຢ່າງໃດກໍ່ຕາມອີກເທື່ອໜື່ງ ກໍ່ຂໍຖືໂອກາດນີ້ ເພື່ອຂໍການຮ່ວມມື ມາຍັງບັນດາທ່ານຈົ່ງເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ
ເພື່ອສ້າງເງື່ອນໄຂໃຫ້ ພວກເຮົາສາມາດຜ່ອນຜັນມາດຕະການຕ່າງໆເຮັດໃຫ້ທຸກຄົນສາມາດໃຊ້ຊີວິດປົກກະຕິແບບໃໝ່ ໃນການທຳມາຫາກີນ ແລະ ຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຢ່າງໜັກຈາກການລະ ບາດພະ ຍາດໂຄວິດ-19 ເລີ້ມ ແຕ່ ທ້າຍປີ 2019 ເປັນຕົ້ນມາ.
