ຂ່າວທົ່ວໄປ

ມາເບິ່ງ ຄວາມຄືບໜ້າຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນປະຈຸບັນ

ການສ້າງທາງລົດໄຟແມ່ນແຜນພັດທະນາພື້ນຖານໂຄງລ່າງທີ່ສໍາຄັນທີ່ສຸດໃນປະຫວັດສາດຂອງຊາດລາວ, ນັບແຕ່ເຈົ້າຟ້າງຸ່ມທ້ອນໂຮມເຜົ່າພັນລາວມາເປັນອານາຈັກລາວລ້ານຊ້າງອັນກ້ວາງໃຫ່ຍໄພສານຢູ່ໃນຂົງເຂດແມ່ນໍ້າຂອງໃນປີ 1353 ແລະ ໂຄງການກໍ່ສ້າງສັ້ນທາງລົດໄຟລາວ-ຈີນນີ້ພາຍຫຼັງສໍາເລັດຄາດວ່າຈະກາຍເປັນຈຸດປ່ຽນຢ່າງກ້າວກະໂດດຂັ້ນໃນການພັດທະນາເສດຖະກິດ-ສັງຄົມ ຈາກພູມສາດຂອງປະເທດລາວທີ່ບໍ່ມີຊາຍແດນຕິດກັບທະເລ, ທີ່ເຄີຍພົບອຸປະສັກນາໆປະການທັງໃນອະດີດ ແລະ ປະຈຸບັນໃນການຄົມມະນາຄົມຂົນສົ່ງສິນຄ້າເຂົ້າ-ອອກປະເທດ, ມາເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບປະເທດອື່ນໆໃນໂລກ.ແຕ່ເຖິງຢ່າງໃດກໍ່ຕາມຄົນລາວທີ່ຢູ່ທັງພາຍໃນແລະຕ່າງປະເທດ ແລະ ຄົນຕ່າງປະເທດທີ່ຢູ່ທັງໃນລາວແລະຕ່າງປະເທດແມ່ນມີຄວາມສົນໃຈຫຼາຍ, ບາງຄົນເຂົ້າໃຈດີ ແລະ ບາງຄົນອາດຈະບໍ່ເຂົ້າໃຈຄັກຕໍ່ກັບໂຄງການທາງລົດໄຟລາວ-ຈີນ, ເຊິ່ງເປັນໂຄງການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ສປ ຈີນ, ລວມມູນຄ່າກໍ່ສ້າງທັງໝົດ 37,4 ຕື້ຢວນ, ປະມານ 5,9 ຕື້ໂດລາສະຫະລັດ, ໃນນີ້ລັດຖະບານລາວຖືຫຸ້ນ 30 ເປີເຊັນ. ສະນັ້ນ ໜັງສືພິມວຽງຈັນທາຍຈະມາໃຫ້ຄວາມກະຈ່າງແຈ້ງເພີ່ມເຕີມເພື່ອສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2021 ຕໍ່ໂຄງການດັ່ງກ່າວ, ເຊິ່ງເລີ່ມຈາກຊາຍແດນລາວ-ຈີນ ຢູ່ຈຸດບໍ່ເຕັນຫານະຄອນຫຼວງວຽງຈັນຜ່ານແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ແຂວງວຽງຈັນ, ມີຄວາມຍາວທັງຫມົດ 422,4 ກິໂລແມັດ, ໂຄງການນີ້ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັນແຕ່ປີ 2010 ແລະ ໄດ້ເລີ່ມກໍ່ສ້າງມາແຕ່ປີ 2016 ແລະ ຄາດວ່າຈະໃຫ້ສໍາເລັດໃນທ້າຍປີ 2021 ນີ້.

1.ສະພາບການ (ຄວາມຄືບໜ້າ) ຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນປະຈຸບັນ?ການກໍ່ສ້າງໂຄງການທາງລົດໄຟລາວ-ຈີນ ໄລຍະແຕ່ ບໍ່ເຕັນ ຫາ ສະຖານີວຽງຈັນ ແມ່ນມີຄວາມຄືບໜ້າຢ່າງຕໍ່ເນື່ອງ, ຄວາມຄືບໜ້າຂອງໂຄງການ ແມ່ນສາມາດຕອບສະໜອງຕາມເປົ້າໝາຍໃຫ້ສາມາດເປີດນໍາໃຊ້ໄດ້ ໃນເດືອນ 12 ປີ 2021. ແຕ່ເນື່ອງຈາກບັນຫາການໄກ່ເກ່ຍຍົກຍ້າຍສິ່ງກີດຂວາງ ແລະ ເວນຄືນທີ່ດິນ ແຕ່ສະ ຖານີວຽງຈັນ ຫາ ສະຖານີວຽງຈັນໃຕ້ ສົ່ງຜົນກະທົບໃຫ້ແກ່ຄວາມຄືບໜ້າໃນການກໍ່ສ້າງ, ໃນໄລຍະອັນໃກ້ນີ້ ໂດຍພາຍໃຕ້ການຊ່ວຍເຫຼືອຂອງລັດຖະບານລາວ ຖ້າຫາກສາມາດແກ້ໄຂບັນຫາການຍົກຍ້າຍເວນຄືນທີ່ດິນ ແລະ ສາມາດສະໜອງເນື້ອທີ່ດິນກໍ່ສ້າງໄດ້ຢ່າງທັນເວລາ, ຈະເຮັດໃຫ້ເສັ້ນທາງລົດໄຟຕະຫຼອດສາຍທາງ ສາມາດກໍ່ສ້າງສຳເລັດ ແລະ ເປີດນໍາໃຊ້ໄດ້ຢ່າງທັນການ.ມາຮອດ ວັນທີ 30/12/2020, ການກໍ່ສ້າງວິສະວະກຳໂຍທາ ໄລຍະເສັ້ນທາງແຕ່ ບໍ່ເຕັນ ຫາ ສະ ຖານີວຽງຈັນ ເຊັ່ນ: ອຸໂມງ, ຂົວ ແລະ ພື້ນຖານໂຄງລ່າງເສັ້ນທາງ ແມ່ນໄດ້ສຳເລັດໂດຍພື້ນຖານ; ອຸມົງ75 ແຫ່ງຕາມແລວທາງໄດ້ເຈາະທະລຸຢ່າງປອດໄພທັງໝົດ; ສາມາດສຳເລັດການກໍ່ສ້າງຕົ້ນຕໍຂອງຂົວທັງໝົດ 164 ແຫ່ງ; ຄັນທາງ 180 ຕອນ ໄດ້ສຳເລັດໂດຍພື້ນຖານ. ບັນດາໜ້າວຽກກໍ່ສ້າງ ເຊັ່ນ: ວຽກລາງລົດໄຟ, ວຽກລະບົບ ແລະ ວຽກອາຄານສະຖານີ ແມ່ນກ້າວເຂົ້າສູ່ໄລຍະທີ່ສຳຄັນ ແລະ ຫຍຸ້ງຍາກທີ່ສຸດ, ໄດ້ສຳເລັດການວາງລາງ 240,1 ກິໂລແມັດ ໃນຕະຫຼອດເສັ້ນທາງ, ກວມເອົາ 57% ຂອງໄລຍະທາງທັງໝົດ, ໃນວັນທີ 29 ເດືອນທັນວາ ໄດ້ວາງລາງຮອດຫຼວງພະບາງ, ຄາດວ່າເດືອນ 5 ປີ 2021 ຈະສໍາເລັດການວາງລາງທັງໝົດຕະຫຼອດເສັ້ນທາງ; ການກໍ່ສ້າງວຽກລະບົບ ແມ່ນເລີ່ມດຳເນີນການຢ່າງຮອບດ້ານ; ການກໍ່ສ້າງອາຄານສະຖານີໂດຍສານ ແມ່ນໄດ້ມຸງຫຼັງຄາທັງໝົດ ພາຍໃນທ້າຍປີ 2020 ແລະ ຮອດເດືອນ 4 ປີ 2021 ຈະກ້າວເຂົ້າສູ່ໄລຍະການຕົບແຕ່ງພາຍໃນທັງໝົດ.

ການກໍ່ສ້າງໄລຍະສະຖານີວຽງຈັນ ຫາ ສະຖານີວຽງຈັນໃຕ້ ແມ່ນໄດ້ເລີ່ມລົງມືກໍ່ສ້າງຢ່າງຮອບດ້ານ ໃນວັນທີ 20/07/2020, ຕາມແຜນ ແມ່ນສຳເລັດພ້ອມກັນກັບການເປີດເສັ້ນທາງ ແຕ່ ບໍ່ເຕັນ ຫາ ສະຖານີວຽງຈັນ. ນອກນັ້ນ, ວຽກງານການກະກຽມໃນການເປີດໃຫ້ບໍລິການ ເຊັ່ນ: ການຝຶກອົບ ຮົມບຸກຄະລາກອນ, ການເປີດແລ່ນລົດໄຟ, ການຄຸ້ມຄອງວຽກໃຫ້ບໍລິການ ແລະ ບູລະນະຮັກສາສ້ອມແປງ ແມ່ນໄດ້ເລີ່ມດຳເນີນການຢ່າງຮອບດ້ານ.

2. ສິ່ງທ້າທາຍທີ່ໂຄງການກໍ່ສ້າງພວມປະເຊີນໜ້າໃນປະຈຸບັນ ມີຫຍັງແດ່? ບໍລິສັດມີວິທີແກ້ໄຂຕໍ່ກັບສິ່ງທ້າທາຍເຫຼົ່ານັ້ນແນວໃດ? ການແຜ່ລະບາດຂອງພະຍາດ COVID-19 ໄດ້ເຮັດໃຫ້ບໍລິສັດຕ້ອງປັບປ່ຽນແຜນວັນເວລາໃນການກໍ່ສ້າງ ຫຼື ບໍ່?ເລີ່ມປີນີ້ເປັນຕົ້ນມາ, ພະຍາດ COVID-19 ໄດ້ເກີດການແຜ່ລະບາດຂຶ້ນໃນທົ່ວໂລກ, ຢູ່ປະເທດລາວ ກໍ່ເກີດມີການແຜ່ລະບາດເຊັ່ນດຽວກັນ, ເຊິ່ງໄດ້ເພີ່ມຄວາມກົດດັນໃຫ້ແກ່ການກໍ່ສ້າງທາງລົດໄຟລາວ-ຈີນ ໃນຫຼາຍດ້ານ ເຊັ່ນ: ບຸກຄະລາກອນ, ວັດສະດຸ-ອຸປະກອນ ແລະ ການຮັກສາຄວາມປອດໄພ.ອັນທີໜຶ່ງ, ແມ່ນການຂາດເຂີນແຮງງານປະຈໍາຢູ່ພາກສະໜາມ. ໂດຍໄດ້ຮັບຜົນກະທົບຈາກມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ, ບຸກຄະລາກອນຝ່າຍຈີນ ແມ່ນບໍ່ສາມາດເດີນທາງເຂົ້າມາໃນປະເທດລາວ,​ ພະນັກງານຄົນລາວກໍ່ຖືກຈຳກັດບໍລິເວນ ດ້ວຍການປິດບ້ານ, ປິດເມືອງ; ແຕ່ລັດຖະບານລາວ ກໍ່ຍັງໃຫ້ການສະໜັບສະໜູນຢ່າງເຕັມສ່ວນ ຕໍ່ວຽກງານການກໍ່ສ້າງທາງລົດໄຟລາວ-ຈີນ, ໂດຍສະເພາະແມ່ນ ພາຍຫຼັງທີ່ ກະຊວງສາທາລະນະສຸກ, ຄະນະກຳມະການຮ່ວມມືລາວ-ຈີນ ແລະ ບັນດາພາກສ່ວນກ່ຽວຂ້ອງຂອງພາກລັດຖະບານ ໄດ້ລົງມາຕິດຕາມຊຸກຍູ້ວຽກງານການປ້ອງກັນ ແລະ ຄວບຄຸມພະຍາດ ຢູ່ພາກສະໜາມ

ແລ້ວ, ກໍ່ໄດ້ອອກອະນຸມັດສິດພິເສດ ໃຫ້ແກ່ບຸກຄະລາກອນຝ່າຍຈີນ ສາມາດເດີນທາງເຂົ້າມາໃນປະເທດລາວ ເພື່ອດຳເນີນການກໍ່ສ້າງໄດ້; ບັນດາການຈັດຕັ້ງຂອງບ້ານ, ເມືອງ ແລະ ແຂວງ ທີ່ລຽບຕາມເສັ້ນທາງລົດໄຟ ກໍ່ໃຫ້ການສະໜັບສະໜູນຕົວຈິງ ແກ່ການກໍ່ສ້າງທາງລົດໄຟລາວ-ຈີນ; ບໍລິສັດກໍ່ສ້າງ ກໍ່ໄດ້ເຊັນໜັງສືສະແດງຄວາມຮັບຜິດຊອບ ໃນການປ້ອງກັນ ແລະ ຄວບຄຸມພະຍາດ ຮ່ວມກັບນາຍບ້ານຂອງບັນດາບ້ານທີ່ລຽບຕາມເສັ້ນທາງລົດໄຟ ເພື່ອຈັດສົ່ງພະນັກງານຈໍານວນຫຼວງຫຼາຍ ໄປເຂດກໍ່ສ້າງທາງລົດໄຟລາວ-ຈີນ; ພາຍໃຕ້ສະພາບການຂາດເຂີນແຮງງານ ຂອງແຕ່ລະໜ່ວຍງານ ຂອງຝ່າຍຈີນ, ກໍ່ໄດ້ເພີ່ມທະວີການຝຶກອົບຮົມກໍ່ສ້າງແຮງງານຄົນລາວ, ເຊິ່ງທັງໝົດນີ້ແມ່ນມີບົດບາດສຳຄັນຕົ້ນຕໍ ໃນການກໍ່ສ້າງທາງລົດໄຟໃນປີນີ້.ອັນທີສອງ, ແມ່ນການຂາດເຂີນທາງດ້ານວັດສະດຸ-ອຸປະກອນ. ວັດສະດຸ-ອຸປະກອນຈໍານວນຫຼາຍ ທີ່ນໍາໃຊ້ໃນການກໍ່ສ້າງທາງລົດໄຟລາວ-ຈີນ ເຊັ່ນ: ເຫຼັກ, ວັດສະດຸກັນນໍ້າ ແລະ  ນໍ້າຢາສ່ວນປະສົມຕ່າງໆ, ລວມທັງວັດສະດຸໃນການເຮັດຂາງ, ວາງລາງ ແລະ ວຽກລະບົບ, ສ່ວນຫຼາຍແມ່ນວັດສະດຸສະເພາະໃນຂະແໜງ ການທາງລົດໄຟ, ຕ້ອງອາໄສການນໍາເຂົ້າ, ການສະໜອງວັດສະດຸເຫຼົ່ານັ້ນ ແມ່ນເພີ່ມຄວາມຫຍຸ້ງຍາກຂຶ້ນ, ບາງເຂດກໍ່ສ້າງ ຕ້ອງໄດ້ຢຸດການກໍ່ສ້າງເພື່ອລໍຖ້າວັດສະດຸ. ອີກດ້ານໜຶ່ງ ແມ່ນໂຮງງານຊີມັງ ແລະ ຫີນຊາຍຕ່າງໆ ພາຍໃນປະເທດລາວ ແມ່ນຢຸດທໍາການຜະລິດ, ແຕ່ລະແຂວງ ແມ່ນປິດເສັ້ນທາງ, ຈໍານວນວັດສະດຸກໍ່ສ້າງທີ່ກັກເກັບຢູ່ທ້ອງຖິ່ນ ແມ່ນມີບໍ່ພຽງພໍ ແລະ ມີຄວາມຈໍາກັດໃນການຂົນສົ່ງ, ເຊິ່ງມີຜົນກະທົບຢ່າງໜັກໜ່ວງຕໍ່ການກໍ່ສ້າງ. ການແຜ່ລະບາດຂອງພະຍາດ ພາຍໃຕ້ສະພາບແວດລ້ອມສະເພາະ ໄດ້ເປັນພື້ນຖານທີ່ໝັ້ນຄົງໃຫ້ແກ່ການຊຸກຍູ້ຄວາມຄືບໜ້າໃນການກໍ່ສ້າງ, ລັດຖະບານລາວ ກໍ່ໄດ້ໃຫ້ຄວາມເອົາໃຈໃສ່ເປັນຢ່າງສູງ, ເຊິ່ງໄດ້ໃຫ້ ການສະໜັບສະໜູນເປັນພິເສດ ໃນດ້ານການຂົນສົ່ງວັດສະດຸ-ອຸປະກອນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອະນຸມັດພິເສດ ໃຫ້ສາມາດຜະລິດວັດຖຸດິບ ເຊັ່ນ: ຊີມັງ ແລະ ຂີ້ເຖົ່າລອຍ, ຄະນະກຳມະການຮ່ວມມືລາວ-ຈີນ ກໍ່ໄດ້ຊ່ວຍອຳນວຍຄວາມສະດວກ ໃນການແຈ້ງດ່ານ ແລະ ມອບ-ຮັບ ວັດສະດຸ-ອຸປະກອນ ຢູ່ດ່ານຊາຍແດນ.ອັນທີສາມ, ແມ່ນດ້ານການປ້ອງກັນຄວາມປອດໄພ.

ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດ ໃນປີນີ້, ການປະກອບອາຊີບຂອງປະຊາຊົນ ຍັງມີຄວາມຫຍຸ້ງຍາກ, ເຮັດໃຫ້ການດຳລົງຊີວິດມີຄວາມລຳບາກ, ນໍາມາເຊິ່ງການປ້ອງກັນຄວາມປອດໄພຕາມແລວທາງລົດໄຟ. ແຕ່ຍ້ອນ ກະຊວງປ້ອງກັນປະເທດ ແລະ ກະ ຊວງປ້ອງກັນຄວາມສະຫງົບ ໄດ້ເພີ່ມກຳລັງທະຫານ ແລະ ຕໍາຫຼວດ ເປັນຈໍານວນຫຼວງຫຼາຍ ເພື່ອປ້ອງກັນຄວາມປອດໄພ, ເພີ່ມທະວີການຄຸ້ມຄອງກວດກາລາດຕະເວນ,​ ລົງເລິກເພີ່ມທະວີການສຶກສາອົບຮົມດ້ານການປ້ອງກັນຄວາມປອດໄພ ໃຫ້ແກ່ບັນດາບ້ານ, ເຮັດໃຫ້ປະຊາຊົນທີ່ອາໄສຢູ່ລຽບຕາມແລວທາງລົດໄຟ ຮັບຮູ້ເຖິງຄວາມສຳຄັນຂອງວຽກງານການປ້ອງກັນຄວາມປອດໄພ ຢູ່ທາງລົດໄຟ. ບໍລິສັດທາງລົດໄຟລາວ-ຈີນ ໄດ້ຕັ້ງໜ້າຮັບເອົາປະຊາຊົນທີ່ອາໄສລຽບຕາມແລວທາງລົດໄຟ ເຂົ້າມາເຮັດວຽກໃນໂຄງການ, ເພື່ອຊ່ວຍແກ້ໄຂບັນຫາການດຳລົງຊີວິດທີ່ຍາກລໍາບາກຂອງປະຊາຊົນ, ປະຈຸບັນ ສະພາບການໂດຍລວມໃນການປ້ອງກັນຄວາມປອດໄພຕາມແລວທາງ ແມ່ນມີສະຖຽນລະພາບດີ.

3. ທາງລົດໄຟຈະເລີ່ມເປີດໃຫ້ບໍລິການໄດ້ເມື່ອໃດ? ສາມາດກຳນົດຂອບເຂດວັນເວລາທີ່ແນ່ນອນໄດ້ບໍ?ການກໍ່ສ້າງໂຄງການທາງລົດໄຟລາວ-ຈີນ ໄລຍະແຕ່ ບໍ່ເຕັນ ຫາ ສະຖານີວຽງຈັນ ແມ່ນມີຄວາມຄືບໜ້າຢ່າງຕໍ່ເນື່ອງ, ຄວາມຄືບໜ້າຂອງໂຄງການ ແມ່ນສາມາດຕອບສະໜອງຕາມເປົ້າໝາຍ, ສາມາດເປີດເສັ້ນທາງນໍາໃຊ້ໄດ້ໃນເດືອນ 12/2021. ຖ້າຫາກສາມາດແກ້ໄຂບັນຫາການຍົກຍ້າຍເວນຄືນທີ່ດິນ ແຕ່ສະຖານີວຽງຈັນ ຫາ ສະຖານີວຽງຈັນໃຕ້ ໄດ້ ໃນໄລຍະໃກ້ນີ້, ທາງລົດໄຟລາວ-ຈີນ ຈະສາມາດສຳເລັດ ແລະ ເປີດເສັ້ນທາງນໍາໃຊ້ໄດ້ທັງໝົດ ໃນເດືອນ 12/2021.

4. ລາຍຮັບຕົ້ນຕໍຂອງທາງລົດໄຟ ແມ່ນມາຈາກຫຍັງ? ຈາກການບໍລິການຂົນສົ່ງສິນຄ້າ ຫຼື ມາຈາກການໃຫ້ບໍລິການໂດຍສານ?ລາຍຮັບຕົ້ນຕໍຂອງທາງລົດໄຟ ແມ່ນມາຈາກການຂົນສົ່ງຕາມທາງລົດໄຟ ແລະ ລາຍຮັບຈາກການພັດທະ ນາກິດຈະການລຽບຕາມແລວທາງລົດໄຟ, ຕ້ອງໄດ້ມີການເປີດໃຫ້ບໍລິການໄປໄດ້ໄລຍະໜຶ່ງກ່ອນ, ຈຶ່ງສາມາດຄິດໄລ່ໄດ້ຢ່າງຊັດເຈນ. ໂດຍວິເຄາະຕາມການປະຕິບັດຂອງສາກົນ ແລະ ສະພາບການພັດທະນາເສດ ຖະກິດ-ສັງຄົມ ຂອງລາວ, ລາຍຮັບຈາກການບໍລິການຂົນສົ່ງສິນຄ້າ ຄວນຈະກວມເອົາອັດຕາສ່ວນທີ່ຫຼາຍກວ່າ ລາຍຮັບຈາກການບໍລິການໂດຍສານ.

5. ທ່ານ ສາມາດບອກພວກຂ້າພະເຈົ້າໄດ້ບໍກ່ຽວກັບຈຸດທີ່ໂດດເດັ່ນຂອງໂຄງການທາງລົດໄຟ ແລະ ໂຄງການດັ່ງກ່າວນີ້ ຈະຊ່ວຍເພີ່ມທະວີສາຍພົວພັນລະຫວ່າງ ສອງປະເທດລາວ-ຈີນ ໄດ້ຄືແນວໃດ?ໜຶ່ງ, ແມ່ນຍົກສູງການແລກປ່ຽນເສດຖະກິດ ແລະ ການຄ້າ ລະຫວ່າງລາວ ກັບ ປະເທດອ້ອມຂ້າງ, ບັນລຸໄດ້ຍຸດທະສາດຂອງປະເທດລາວ ໃນການຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດ; ​ສອງ, ແມ່ນເສີມສ້າງບົດບາດທີ່ໂດດເດັ່ນຂອງທາງລົດໄຟ ເຊັ່ນ: ມີກຳລັງໃນການຂົນສົ່ງທີ່ສູງ, ສາມາດຂົນສົ່ງສິນຄ້າໄດ້ຢ່າງຫຼວງຫຼາຍ, ມີຄວາມປອດໄພ ແລະ ມາເຖິງເປົ້າໝາຍຕາມກຳນົດເວລາ. ສາມາດອຳນວຍຄວາມສະດວກໃຫ້ແກ່ອຸດສາຫະກຳບໍ່ແຮ່, ອຸດສາຫະກຳກະສິກຳທີ່ທັນສະໄໝ, ການຄ້າ ແລະ ການພັດທະນາທີ່ຢູ່ອາໄສ. ສົ່ງເສີມຈຸດເດັ່ນທາງດ້ານຊັບພະຍາກອນຂອງລາວ ເຊັ່ນ: ທີ່ດິນ, ນໍ້າ, ການ ທ່ອງທ່ຽວ, ບໍ່ແຮ່, ກະສິກຳ ແລະ ອື່ນໆ, ເຊິ່ງເປັນສິ່ງສະໜັບສະໜູນທີ່ສຳຄັນ ໃນການພັດທະນາເສດຖະກິດຂອງລາວ; ສາມ, ທາງລົດໄຟປະຊາຊົນ ເພື່ອປະຊາຊົນ, ເພີ່ມໂອກາດໃນການປະກອບອາຊີບໃຫ້ແກ່ປະຊາຊົນລາວ, ຍົກສູງລະດັບຊີວິດການເປັນຢູ່ ແລະ ຄວາມຮັ່ງມີຂອງປະຊາຊົນລາວ.

6. ມີປະຊາຊົນລາວຈໍານວນໜຶ່ງ ຮ້ອງທຸກ ຕໍ່ສື່ສັງຄົມອອນລາຍວ່າ: ໃນໄລຍະຜ່ານມາບໍ່ດົນ ພາຍຫຼັງມີຝົນຕົກ, ໄດ້ເຮັດໃຫ້ເກີດມີນໍ້າຖ້ວມບ໋ອກດາໂລ (ທາງລອດທາງລົດໄຟ) ທີ່ກຳລັງກໍ່ສ້າງຫຼາຍສາຍ. ສິ່ງເຫຼົ່ານີ້ ໄດ້ເຮັດໃຫ້ເກີດມີບັນຫາຫຍຸ້ງຍາກຕໍ່ເນື່ອງໃນການເດີນທາງ ໃຫ້ແກ່ປະຊາຊົນທີ່ເດີນທາງລຽບຕາມແລວທາງບໍ? ຄໍາຖາມແມ່ນ: ບໍລິສັດ ຈະແກ້ໄຂບັນຫານີ້ແນວໃດ ແລະ ຈະສົ່ງເສີມໃຫ້ປະຊາຊົນນໍາໃຊ້ເສັ້ນທາງລອດຜ່ານນີ້ຄືແນວໃດ?ການກໍ່ໃຫ້ເກີດນໍ້າຖ້ວມບ໋ອກດາໂລໃນລະດຸຝົນ, ແມ່ນມີສາເຫດມາຈາກການອອກແບບ ຫຼື ການຍົກ ຍ້າຍຈັດສັນທີ່ດິນ ຫຼື ການກໍ່ສ້າງເທດສະບານເມືອງຂອງອຳນາດການປົກຄອງທ້ອງຖິ່ນ ແລະ ອື່ນໆ, ບັນຫານີ້ ຕ້ອງໄດ້ໃຫ້ພາກສ່ວນຮັບຜິດຊອບໂດຍກົງຂອງພາກລັດຖະບານລາວ ນຳພາພາກສ່ວນທີ່ຮັບຜິດຊອບຜັງເມືອງ, ພາກສ່ວນບໍລິສັດຮັບເໝົາ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນທີ່ອາໄສຢູ່ລຽບຕາມແລວທາງ ຮ່ວມກັນປຶກສາຫາລື ແລະ ຊ່ວຍກັນແກ້ໄຂ. ບໍລິສັດ ຈະໃຫ້ການຮ່ວມມືກັບພາກສ່ວນກ່ຽວຂ້ອງຂອງລາວ ຮ່ວມກັນຄົ້ນຄວ້າ ແລະ ສ້າງແຜນ, ເພື່ອຊຸກຍູ້ໃຫ້ສາມາດແກ້ໄຂບັນຫາທີ່ກ່ຽວຂ້ອງດັ່ງກ່າວນັ້ນໄດ້.ຕໍ່ກັບ ສາເຫດທີ່ເກີດມາຈາກການອອກແບບ ເຮັດໃຫ້ມີນໍ້າອັ່ງນໍ້າຖ້ວມນັ້ນ, ບໍລິສັດ ໄດ້ດຳເນີນການກວດກາບ໋ອກດາໂລ ໃນເດືອນ 07/2020, ພ້ອມທັງໄດ້ຮ່ວມກັບ ບໍລິສັດອອກແບບ, ບໍລິສັດທີ່ປຶກສາຕິດຕາມການກໍ່ສ້າງ ແລະ ບໍລິສັດຮັບເໝົາ ກຳນົດແຜນເຕັກນິກ ເພື່ອຈັດຕັ້ງປະຕິບັດ ແລະ ແກ້ໄຂ.

7. ປະຊາຊົນລາວ ຈໍານວນໜຶ່ງ ມີຄວາມສົນໃຈ ຕໍ່ມາດຕະການປ້ອງກັນຄວາມປອດໄພ ໃນການບໍລິການທາງລົດໄຟ? ບໍລິສັດ ຈະແກ້ໄຂບັນຫານີ້ ຄືແນວໃດ?ມາຮອດປະຈຸບັນ, ຢູ່ປະເທດລາວ ຍັງບໍ່ມີທາງລົດໄຟທັນສະໄໝ, ທາງລົດໄຟລາວ-ຈີນ ແມ່ນ ທາງລົດໄຟທັນສະໄໝ ເສັ້ນທຳອິດ ໃນປະຫວັດສາດຂອງລາວ. ຍ້ອນແນວນັ້ນ, ປະຊາຊົນລາວ ຈຶ່ງມີຄວາມຮັບຮູ້ເທົ້າບໍ່ເຖິງການ ຕໍ່ກັບການປ້ອງກັນຄວາມປອດໄພຂອງທາງລົດໄຟ, ຕ້ອງໃຫ້ລັດຖະບານ ແລະ ສື່ມວນຊົນ ຮ່ວມກັນເພີ່ມທະວີການເຜີຍແຜ່ໃຫ້ການສຶກສາ, ລະບົບການປ້ອງກັນຄວາມປອດໄພຂອງທາງລົດໄຟລາວ-ຈີນ ກໍ່ຕ້ອງໄດ້ເລີ່ມສ້າງຂຶ້ນຈາກບໍ່ມີຈົນເຖິງມີ.ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ຈະຕັ້ງໜ້າຜັນຂະຫຍາຍຕາມເງື່ອນໄຂຄວາມຕ້ອງການທີ່ກ່ຽວຂ້ອງ ຂອງ ພາກລັດຖະບານລາວ ເຊັ່ນ: ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ. ຈະສ້າງຕັ້ງລະບົບການປ້ອງກັນຄວາມປອດໄພ ສຳລັບທາງລົດໄຟລາວ-ຈີນ ໃຫ້ສຳເລັດໃນປີໜ້າ ກ່ອນການເປີດນໍາໃຊ້ທາງລົດໄຟ. ແນວຄວາມຄິດໃນປະຈຸບັນແມ່ນ: ວຽກງານປ້ອງກັນຄວາມປອດໄພຢູ່ບັນດາຂົວ ແລະ ອຸໂມງທີ່ສຳຄັນລຽບຕາມແລວທາງ ແມ່ນກະຊວງປ້ອງກັນປະເທດຮັບຜິດຊອບ; ວຽກງານການປ້ອງກັນຄວາມປອດໄພ ຢູ່ເຂດສະຖານີລົດໄຟ ແມ່ນກະຊວງປ້ອງກັນຄວາມສະຫງົບຮັບຜິດຊອບ; ບໍລິສັດທາງລົດໄຟລາວ-ຈີນ ຮັບ ຜິດຊອບຄວາມປອດໄພ ຢູ່ສະຖານທີ່ຫ້ອງການເຮັດວຽກປະຈໍາວັນ ແລະ ແຄັມ, ສ້າງລະບົບຮັບປະກັນການປ້ອງຄວາມປອດໄພ “3 ຈຸດ 1 ລະບົບ” ລະຫວ່າງ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ບໍລິສັດທາງລົດໄຟລາວ-ຈີນ, ເພື່ອຮັບປະກັນຄວາມປອດໄພໃນການຂົນສົ່ງ, ລວມທັງຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງຜູ້ໂດຍສານ.8. ຂໍໃຫ້ ທ່ານ ບອກພວກເຮົາຊາບ ກ່ຽວກັບ ຂໍ້ມູນທີ່ກ່ຽວຂ້ອງອື່ນໆ ຂອງລົດໄຟ. ຢູ່ສະຖານີ ແມ່ນມີສິ່ງອໍານວຍຄວາມສະດວກຮອງຮັບອັນໃດແດ່, ເຊັ່ນ: ໂຮງແຮມ, ຮ້ານຄ້າ ແລະ ສິ່ງອໍານວຍຄວາມສະ ດວກອື່ນໆ?ບໍລິສັດ ໄດ້ຮໍ່າຮຽນເອົາບົດຮຽນທີ່ປະສົບຜົນສຳເລັດຂອງສະຖານີລົດໄຟ ຢູ່ປະເທດອື່ນ ແລະ ປະເທດຈີນ, ໂດຍຈະໄດ້ກຳນົດໃຫ້ມີ ຮ້ານອາຫານ, ຊຸບເປີມາເກັດ, ໂຮງແຮມ, ຕູ້ ATM ແລະ ສິ່ງອໍານວຍຄວາມສະດວກອື່ນໆ ຢູ່ໃນເຂດສະຖານີ ແລະ ເຂດອ້ອມຂ້າງ. ພ້ອມນັ້ນ, ພາຍໃນສິ່ງອໍານວຍຄວາມສະດວກເຫຼົ່ານີ້ ເຊັ່ນ: ຮ້ານອາຫານແບບທ້ອງຖິ່ນຂອງລາວ, ລວມທັງສິນຄ້າ ແລະ ການບໍລິການທີ່ມີເອກະລັກສະເພາະຂອງລາວ ກໍ່ຈະຖືກນັກທ່ອງທ່ຽວຕ່າງປະເທດນໍາເອົາວັດທະນະທຳຂອງລາວໄປເຜີຍແຜ່ຕໍ່ໃນທົ່ວໂລກ. ໃນຕໍ່ໜ້າ, ບໍລິສັດ ຈະຕັ້ງໜ້າສະໜັບສະໜູນ ແລະ ໃຫ້ການຮ່ວມມືຮ່ວມກັບອໍານາດການປົກຄອງທ້ອງຖິ່ນ ໃນການສ້າງແຜນ ແລະ ປັບປຸງ ກໍ່ສ້າງເສັ້ນທາງເຂົ້າສະຖານີ, ລົດໂດຍສານສາທາລະນະໃນຕົວເມືອງ, ໂດຍສະເພາະແມ່ນຢູ່ ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ, ເພື່ອເຮັດໃຫ້ສາມາດເຊື່ອມຕໍ່ການຂົນສົ່ງທາງລົດໄຟ, ທາງອາກາດ, ທາງບົກ ແລະ ທາງນໍ້າ, ເພື່ອສະໜອງການບໍລິການທີ່ວ່ອງໄວ ແລະ ມີຄຸນນະພາບສູງ ໃຫ້ແກ່ປະຊາຊົນລາວ ແລະ ນັກທ່ອງທ່ຽວທີ່ມາຈາກທົ່ວໂລກ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button