ເວົ້າແທ້ເຮັດຈິງ!ຣັດເຊຍໂຈມຕີເມືອງຄຽບໃນຂະນະທີ່ປະທານຢູເອນກຳລັງຢ້ຽມຢາມຢູເຄຼນ
ຣັດເຊຍໄດ້ຍິງຈະລວດໂຈມຕີເມືອງຄຽບໃນຕອນກາງຄືນຂອງວັນພະຫັດທີ່ຜ່ານມາ. ໃນຂະນະທີ່ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກຳ ລັງຢ້ຽມຢາມ, ເຮັດໃຫ້ມີຜູ້ບາດເຈັບ10 ຄົນ
ຂ່າວຊ່ອງ CNN ລາຍງານວ່າ ປະທານາທິບໍດີ ຢູເຄຣນ ທ່ານ Volodymyr Zelensky. ໄດ້ເປີດເຜີຍຜ່ານວິດີໂອປະຈຳວັນໃນວັນທີ 28 ເມສາ 2022 ວ່າ ກອງທັບຣັດເຊຍໄດ້ຍິງລູກສອນໄຟໃສ່ເມືອງກຽບ. ຂະນະທີ່ທ່ານໄດ້ພົບປະກັບເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Antonio Guterres.
ຫຼັງຈາກການເຈລະຈາຂອງພວກເຮົາໃນ Kiev ສິ້ນສຸດລົງ, ລູກສອນໄຟຂອງຣັດເຊຍກໍ່ໄດ້ຍິງໃສ່ໃນເມືອງ 5 ລູກ,ມັນບົ່ງບອກໃຫ້ເຫິນເຖິງທັດສະນະທີ່ແທ້ຈິງຂອງຣັດເຊຍຕໍ່ອົງການຕ່າງໆຂອງໂລກກ່ຽວກັບຄວາມພະຍາຍາມຂອງຜູ້ນຳຣັດເຊຍແມ່ນໄດ້ສ້າງຄວາມອັບອາຍໃຫ້ແກ່ອົງການສະຫະປະຊາຊາດ
ຜູ້ນຳອູແກຣນຍັງກ່າວວ່າ “ການໂຈມຕີດ້ວຍລູກສອນໄຟຂີປະນາວຸດຂອງຣັດເຊຍໃສ່ຢູເຄຣນ ທັງໃນ Kiev, Fastiv, Odessa, Kmelnitsky. ແລະເມືອງອື່ນໆ ພິສູດໄດ້ວ່າພວກເຮົາຍັງບໍ່ສາມາດໄວ້ວາງໃຈໄດ້ ແລະ ພວກເຮົາຍັງບໍ່ສາມາດຄິດໄດ້ວ່າ ສົງຄາມຈົບແລ້ວ ແຕ່ພວກເຮົາຈຳເປັນຕ້ອງສູ້ຕໍ່ ແລະ ຂັບໄລ່ຜູ້ຍຶດຄອງ ອອກໄປ