ວັນທີ 29 ເມສາ 2022 ນີ້ ກົມອຸຕຸນິຍົມ
ແລະ ອຸທົກກະສາດ ໄດ້ລາຍງານໃຫ້ຮູ້ວ່າ:
ເກີດແຜ່ນດິນໄຫວ ຄັ້ງວັນທີ 29 ເມສາ 2022 ໃນເວລາ 06:18 ໂມງ…
ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 1 ຄັ້ງ ເຊິ່ງຈຸດເກີດເຫດຢູ່ທີ່ບ້ານນາໂພ ເມືອງປາກລາຍ ແຂວງໄຊຍະບູລີ.
ສູນກາງຢູ່ເສັ້ນຂະໜານທີ 18.433 ອົງສາເໜືອ ແລະ ເສັ້ນແວງທີ 101.567 ອົງສາຕາເວັນອອກ ດ້ວຍຄວາມແຮງສັ່ນສະເທືອນວັດແທກໄດ້ 3.0 ຣີກເຕີ
ມີຄວາມເລິກຈາກເທິງໜ້າດິນ ປະມານ 01 ກິໂລແມັດ ເຊິ່ງຈຸດສູນກາງເກີດແຜ່ນດິນໄຫວແມ່ນຫ່າງຈາກ ເທສະບານເມືອງປາກລາຍ ປະມານ 28 ກິໂລແມັດ.
ເຫດການແຜ່ນດິນໄຫວ ດັ່ງກ່າວໃນເບື້ອງຕົ້ນ ຍັງບໍ່ມີລາຍງານຜົນເສຍຫາຍ.

#ອ່ານເນື້ອໃນເພີ່ມທີ່