ຂ່າວທົ່ວໄປ
ປະເທດລາວ!.. ກຸ່ມຄົນທີ່ຈະໄດ້ຮັບວັກຊິນປ້ອງກັນໂຄວິດ 5

ໃນປີ 2021 ຄາດຄະເນ ປະມານ 15 ຫາ 20% ຂອງປະຊາກອນທັງໝົດ ຫລື ເທົ່າກັບ 1.4 ລ້ານຄົນ. ຄາດວ່າຈະໄດ້ຮັບ ແລະ ເລີ້ມສັກວັກຊິນທີ່ໄດ້ຮັບຈາກ COVAX FACILITY GAVI ພາຍໃນ ເດືອນ ເມສາ 2021 ຕໍ່ຄໍາຖາມທີ່ວ່າ: ແມ່ນໃຜແດ່ຈະໄດ້ສັກວັກຊິນ ທີ່ໄດ້ຈາກ COVAX FACILITY ໃນປີ 2021 ນີ້.

ທ່ານ ຮສ ດຣ ບຸນກອງ ສີຫາວົງ ກ່າວວ່າ: ຍ້ອນແມ່ນການສັກວັກຊິນແກ້ໄຂພາວະສຸກເສີນການລະບາດຂອງພະຍາດ ຈຶ່ງໄດ້ ສຸມໃສ່ກຸ່ມທີ່ມີຄວາມສ່ຽງສູງ ຫາ ປານກາງ ເຊັ່ນ: ແພດໝໍ ພະຍາບານ ທັງໝົດ ລວມທັງ ສູນກາງ ແລະ ທ້ອງຖິ່ນ

ພາຍໃນຂະແໜງສາທາລະນະສຸກ, ໂຮງໝໍທະຫານ, ໂຮງໝໍຕໍາຫລວດ, ອາສາສະໝັກແພດບ້ານ, ອາສາສະໝັກສັງຄົມສົງເຄາະ, ຜູ້ສູງອາຍຸ, ຜູ້ມີພະຍາດປະຈຳຕົວ ແຕ່ ບໍ່ນອນໃນຂໍ້ຫ້າມສັກວັກຊິນ, ຜູ້ອອກແຮງງານເຄື່ອນຍ້າຍ, ຜູ້ເດີນທາງເຂົ້າອອກ ແລະ ແຮສຸກເສີນ