ໃນວັນທີ 03.01.2021 ທົ່ວປະເທດໄທ ມີຜູ້ຕິດເຊື້ອໂຄວິດລາຍໃໝ່ ຈໍານວນ 315 ຄົນ, ເປັນການຕິດເຊື້ອພາຍໃນປະເທດ 294 ຄົນ, ຖືເປັນການຕິດເຊື້ອພາຍໃນປະເທດ ສູງສຸດ ນັບຕັ້ງແຕ່ມີການລະບາດຮອບ 2 ຕັ້ງແຕ່ກາງເດືອນ ທັນວາ 2020 ເປັນຕົ້ນມາ. ປະຈຸບັນ ໂຄວິດ-19 ໄດ້ແຜ່ລາມໄປ 53 ແຂວງ ໃນທົ່ວປະເທດ. ນອກຈາກນີ້ ໃນວັນດຽວກັນ ຍັງກວດພົບເຫັນ ໂຄວິດ ສາຍພັນໃໝ່ ຈາກປະເທດອັງກິດ ຢູ່ປະເທດໄທ ເປັນເທື່ອທໍາອິດ.
