ເດືອນພຶດສະພາ! ລັດຖະບານ ຈະເລັ່ງແກ້ໄຂ ລາຄານໍ້າມັນແພງ ແລະ ຄຸ້ມຄອງອັດຕາແລກປ່ຽນ.
ສະພາແຫ່ງຊາດໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ທີ່ສໍາຄັນ ໃນການແກ້ໄຂບັນຫາລວມຂອງຊາດໃນເດືອນເມສາ 2022 ແລະ ວາງ ທິດທາງແຜນວຽກຈຸດສຸມ ໃນເດືອນພຶດສະພາ 2022 ເຊິ່ງມີດັ່ງນີ້:
ສືບຕໍ່ຊຸກຍູ້ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2022 ເຊັ່ນ:
ການລົງທຶນ, ການເກັບລາຍຮັບງົບປະມານ, ປະຕິຮູບລັດວິສາຫະກິດໄຟຟ້າລາວ, ຄຸ້ມຄອງອັດຕາແລກປ່ຽນ ແລະ ແກ້ໄຂ ການເພີ່ມຂຶ້ນ ຂອງລາຄານໍ້າມັນເຊື້ອໄຟ ເພື່ອຫຼຸດຜ່ອນຄວາມກົດດັນຕໍ່ລາຄາສິນຄ້າ ກໍຄືອັດຕາເງິນເຟີ້.
ນອກນັ້ນ, ຍັງສືບຕໍ່ວຽກງານປະຕິບັດວຽກງານ ປກຊ-ປກສ ແກ້ປາກົດການຫຍໍ້ທໍ້ຕ່າງໆ, ສືບຕໍ່ຊຸກຍູ້ການຜະລິດລະດູຝົນ,
ສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19.
ອ່ານເພີ່ມເຕີມ: https://bit.ly/3vDZvlm
