ຂ່າວທົ່ວໄປ

ພະຍາກອນອາກາດ ປະຈຳວັນທີ 04 ທັນວາ 2021

ພະຍາກອນອາກາດ ປະຈຳວັນທີ 04 ທັນວາ 2021 ມວນອາກາດໜາວເຢັນຈາກປະເທດຈີນຍັງສຶບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ. ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເພີ່ມຂື້ນເລັກນ້ອຍຢູ່ໃນແຕ່ລະພາກ ແລະ ອາກາດຍັງຈະໜາວເຢັນ ຫາ ໜາວເຢັນຫຼາຍ ຢູ່ແຂວງພາກ

ເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ບັນດາ

ເຂດແຂວງດັ່ງກ່າວ ຈົ່ງມີສະຕິລະ ມັດລະວັງຕໍ່ສະພາບອາກາດໜາວຫຼາຍ ທີ່ຈະເຮັດໃຫ້ເປັນໄຂ້, ເຈັບປ່ວຍ ແລະ ມີຜົນກະທົບຕໍ່ສຸກຂະພາບ ໂດຍສະເພາະແມ່ນເດັກນ້ອຍ

ແລະ ຜູ້ເຖົ້າ, ຂໍໃຫ້ນຸ່ງຮົ່ມ ເຮັດໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ. ລາຍງານຂໍ້ມູນອຸຕຸກະເສດ: ສໍາລັບແຂວງໄຊຍະບູລີ ເຂດເມືອງພຽງ ປະຈຸບັນແມ່ນເຮັດເຂົ້ານາແຊງທີ່ຢູ່ໃນໄລຍະ

ຈະເລີນເຕີບໂຕຂອງຕົ້ນກ້າ ແລະ ມີຄວາມສ່ຽງຈາກສະພາບອາກາດໜາວເຢັນຍັງສືບຕໍ່່ຢູ່ໃນລະດັບສູງ, ການຫົດນໍ້າ ແລະ ຕຸ້ມຕົ້ນດ້ວຍເສດພືດຈະຊ່ວຍໃຫ້ຫຼຸດຜ່ອນຄວາມເສຍຫາຍ, ສຳລັບແມງໄມ້ ແລະ ພະຍາດພືດ ແມ່ນໃຫ້ເອົາໃຈໃສ່ເຝົ້າລະວັງ ແລະ ນໍາໃຊ້ມາດຕະການທີ່ເໝາະສົມໃນດ້ານພະຍາດໃບຈຸດສີນໍ້າຕານທີ່ມີຄວາມສ່ຽງລະດັບສູງ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button