ຢູເຄຣນ ກຳລັງຈະສິ້ນຊາດສິ້ນແຜ່ນດິນ..
ສະຫະລັດ ເປີດໄຟຂຽວໃຫ້ໂປແລນດ໌ ບຸກຍຶດຢູເຄຣນຕາເວັນຕົກ ໄປຈົນເຖິງເມືອງລວີຟ ໂດຍຈະປ່ອຍເບື້ອງຕາເວັນອອກທີ່ຕິດກັບທະເລດຳ ແລະທະເລອາຊອຟ ໃຫ້ຣັສເຊຍຄຳສັ່ງບຸກ ທີ່ລົງນາມໂດຍຍາໂຣສລາຟ ມີກ້າ ໄດ້ອອກມາແລ້ວ ແລະພວມຈັດທັບ ກຽມລົງມື..
ດ້ວຍຂໍ້ອ້າງທີ່ວ່າ “ເພື່ອປົກປ້ອງດິນແດນໂຄງສ້າງພື້ນຖານທີ່ສຳຄັນໃນລວິຟ ແລະພູມີພາກໂວລິນ ຕາເວັນຕົກຢູເຄຣນ ຈາກຣັສເຊຍ” ໂຄງສ້າງພື້ນຖານສຳຄັນທີ່ວ່ານີ້ ຄືແຫຼ່ງກ໊າຊ ລັບລິນ ຂະໜາດ 7 ລ້ານລ້ານແມັດກ້ອນ ທີ່ສຳປະທານໂດຍບໍລິສັດເຊັບຣອນ ຂອງສະຫະລັດ ແລະອີກແຫ່ງໃນເມືອງລວິຟ ລາມໄປເຖິງດອນບາສ
ຫຼາຍວັນມານີ້ ສະຫະລັດໄດ້ເຈລະຈາແບບລັບໆກັບຣັສເຊຍ ວ່າຈະມອບດິນແດນຊາຍຝັ່ງທັງໝົດຂອງຢູເຄຣນໃຫ້ຣັສເຊຍ ເພື່ອແລກກັບສ່ວນທີ່ມີແຫຼ່ງກ໊າຊ ໃຫ້ໄປຂຶ້ນກັບໂປແລນດ໌.. (ໂປແລນດ໌ເອົາດິນ ສະຫະລັດເອົາກ໊າຊ ຣັສເຊຍເອົາຊາຍຝັ່ງ)
ແຕ່ຣັສເຊຍບໍ່ເຫັນດີ ຕ້ອງການກວມອອກໄປທັງໝົດມີການຖົກຖຽງກັນວ່າ ຖ້າຣັສເຊຍຈະເອົາແຫຼ່ງກ໊າຊໃນລວິຟ ກໍຄວນປ່ອຍເມືອງທ່າເຄີຊອນ ຫຼືໂອເດສຊາ ໃຫ້ໂປແລນດ໌ ເພື່ອໃຫ້ມີທາງອອກສູ່ທະເລດຳ ຣັສເຊຍຫຍິ່ງບໍ່ເອົານຳ ເພາະເປັນໄປບໍ່ໄດ້.ສຸດທ້າຍກໍລົງເອີ່ຍດ້ວຍປືນ.. ໃຜດີໃຜຢູ່..

ທີ່ມາ:ສາຍຂ່າວ
