ນັກທ່ອງທ່ຽວຝຣັ່ງ ກັບປະເທດບໍ່ໄດ້ຍ້ອນພະຍາດໂຄວິດ-19 ຂາຍຈືນກ້ວຍເພື່ອລ້ຽງຊີວິດ

ຢູ່ປະຫວຽດນາມ: ນັກທ່ອງທ່ຽວປະເທດຝຣັ່ງສູ້ເພື່ອຊີວິດ ຂາຍຈືນກ້ວຍເພື່ອລ້ຽງຊີວິດ ຍ້ອນພະຍາດໂຄວິດ 19 ເມືອງຈຶ່ງຖືກປິດລົງ, ເງິນເລີຍໝົດ

ທ່ານ ຟາບຣິວ, ອາຍຸ 49 ປີ, ສັນຊາດຝຣັ່ງ ການເດີນທາງໄປທຽວຫວຽດນາມໃນທ້າຍປີ 2019, ລາວໄດ້ມາເຮັດຕາມຄຳສັນຍາທີ່ລາວໄດ້ສັນຍາກັບແມ່ ແລະເອື້ອຍທີ່ເປັນພົນລະເມືອງຫວຽດນາມ. ລາວໄດ້ໄປຫລາຍສະຖານທີ່ຈົນຮອດກຳນົດຈະກັບ, ແຕ່ປະກົດວ່າເມືອງດັ່ງກ່າວໄດ້ຖືກປິດລົງ ເນື່ອງຈາກວ່າ ໂຄວິດ 19 ເຮັດໃຫ້ລາວໄດ້ຢູ່ຕໍ່

ລາວໄດ້ໄປຫລິ້ນຫຼາຍບ່ອນ ຈົນພົບວ່າລາວມີເງິນເຫລືອພຽງ ຫນຶ່ງຫມື່ນບາດເທົ່ານັ້ນ, ບໍ່ສາມາດກັບຄືນປະເທດໄດ້ ລາວຈຶ່ງຕັດສິນໃຈຊື້ລົດລໍ້ ເພື່ອຂາຍກ້ວຍຈືນກ້ວຍ ແລະຈືນຫມາກນັດ ຖົງ 10,000 ດົງ, ປະມານ 13 ບາດ, ລາວຂາຍໄດ້ມື້ລະ 300,000 ດົງ, ປະມານ 400 ບາດຕໍ່ມື້, ລາວຂາຍຢູ່ເມືອງໂຮຈິມິນ.

ລາວຕື່ນນອນໃນເວລາ 4 ໂມງເຊົ້າ ເພື່ອກະກຽມສ່ວນປະກອບ ແລະແລ້ວໃນເວລາ 5 ໂມງເຄິ່ງ. ລູກຄ້າອຸດໜູນລາວຫຼາຍ. ລາວມີນິໄສດີຕໍ່ຄົນອ້ອມຂ້າງ, ເຖິງວ່າລາວຈະມີບັນຫາດ້ານພາສາ. ຕ້ອງໃຊ້ໂທລະສັບໃນການແປພາສາ ແລະລາວຍັງແບ່ງປັນກ້ວຍທອດໃຫ້ກັບຄົນບໍ່ມີເຮືອນ ຈືນກ້ວຍຂອງລາວແມ່ນຫອມແຊບ. ເນື່ອງຈາກວ່າລາວໃຊ້ເນີຍເພື່ອຈືນເຂົາເຮັດແຕກຕ່າງຈາກຄົນໃນທ້ອງຖິ່ນເຮັດ ທີ່ໃຊ້ແຕ່ນໍ້າມັນຜືດຈືນ


