ຂ່າວທົ່ວໄປປະຫວັດສາດ

ພົບເຫັນບົ່ມໃຫຍ່ໃນເຂດການກໍ່ສ້າງທີ່ດ້ານຫຼັງຂອງໂຮງຮຽນອະນຸບານທີ່ເມືອງຄູນ

ໃນມື້ຄຣິສມາດ, ວັນທີ 25 ທັນວາ 2020, ແມ່ນຊ່ວງພັກວຽກຂອງທີມງານຂອງອົງການເກັບກູ້ລະເບີດແມັກຂອງພວກເຮົາ ແຕ່ເມື່ອເຮົາໄດ້ຮັບລາຍງານການພົບເຫັນລະເບີດໃນເຂດການກໍ່ສ້າງທີ່ດ້ານຫຼັງຂອງໂຮງຮຽນອະນຸບານທີ່ເມືອງຄູນ, ແຂວງ ຊຽງຂວາງ.

ອົງການແມັກຂອງພວກເຮົາກໍ່ໄດ້ລະດົມທີມງານ ແລະ ຜູ້ຊ່ຽວຊານດ້ານລະເບີດ ເພື່ອລົງພື້ນທີ່ດັ່ງກ່າວໃນທັນທີ. ເມື່ອໄປເຖິງໂຮງຮຽນພວກເຮົາກໍ່ພົບລະເບີດໃຫຍ່ຂະໜາດ 250 ປອນ ຫຼື 113 ກິໂລກຣາມ ເຊິ່ງຢູ່ຫ່າງຈາກອາຄານຂອງໂຮງຮຽນພຽງແຕ່ 20 ແມັດເທົ່ານັ້ນ.

ໃນຕອນນັ້ນບັນດານັກຮຽນກໍາລັງພາກັນຫຼິ້ນໃນໂຮງຮຽນທີ່ຫ່າງຈາກລະເບີດໃຫຍ່ພຽງແຕ່ບໍ່ເທົ່າໃດແມັດຢູ່.

ນ້ອງໆນັກຮຽນ, ຄູອາຈານ ແລະ ບັນດາພໍ່ແມ່ປະຊາຊົນທີ່ຢູ່ເຂດອ້ອມຂ້າງໄດ້ເຄື່ອນຍ້າຍໄປທີ່ປອດໄພ ກ່ອນທີ່ທີມງານແມັກຂອງພວກເຮົາຈະທໍາການຂຸດ ແລະ ກວດສອບຄວາມປອດໄພ ແລ້ວຈຶ່ງເຄື່ອນຍ້າຍໄປທໍາລາຍໃນສະຖານທີ່ທາງການກໍານົດໃຫ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button