ແຊຣ໌ໄວ້ອ່ານເລີຍ ຜົນບຸນທີ່ທ່ານຈະໄດ້ຮັບເມື່ອທ່ານປ່ອຍສັດແຕ່ລະຊະນິດ ພ້ອມຄຳອະທິຖານ ສາທຸໆ

ເຊີນທຳບຸນປ່ອຍປາທີ່ວັດໄຮຄຳ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ການປ່ອຍສັດ ຈາກການກັກຂັງ ຜູກມັດ ໃຫ້ລອດພົ້ນຈາກຄວາມຕາຍ ເປັນບຸນຜະຫຼາອານິສົງມະຫາສານ ບູຮານມັກເຮັດເປັນປະຈຳ ເພື່ອອຸທິດບຸນໃຫ້ເຈົ້າກຳນາຍເວນ ໃຫ້ສຸຂະພາບແຂງແຮງ ໃຫ້ມີອາຍຸຢືນ ໃຫ້ຊີວິດກ້າວໜ້າປາດສະຈາກອຸປະສັກຄວາມໝາຍຂອງການປ່ອຍສັດ ການໃຫ້ຊີວິດ ເພື່ອແກ້ກຳ ຫຼຸດກຳຈາກໜັກໃຫ້ກາຍເປັນເບົາ
ຄຳອະທິດຖານໃນການປ່ອຍສັດຂ້າພະເຈົ້າ ຊື່ – ນາມສະກຸນ ເກີດວັນທີ…ເດືອນ…ປີ…ອາຍຸ ຂໍເຮັດບຸນດ້ວຍການປ່ອຍຊີວິດສັດ… ເພື່ອອຸທິດສ່ວນບຸນໃຫ້ແກ່ເຈົ້າກຳ ນາຍເວນ ແລະ ສັດຕູຄູ່ອາຄາດ ຂໍໃຫ້ສັດທີ່ປ່ອຍ ຈົ່ງເອົາສັບພະທຸກ ສັບພະໂສກ ສັບພະໂຣກ ສັບພະໄພ ສັດພະເຄາະ ສະນຽດຈັງໄຮ ອອກໄປຈາກຕົວຂ້າພະເຈົ້າ
ແລະເມື່ອເຈົ້າລອດປອດໄພດີແລ້ວ ຈົ່ງນຳຄວາມສຸກແລະໂຊກລາບມາສູ່ຂ້າພະເຈົ້າ ຂໍໃຫ້ພຣະແມ່ທໍລະນີ ພຣະແມ່ຄົງຄາ ເທວາອາຮັກ ເຈົ້າທີ່ເຈົ້າທາງ ສິ່ງສັກສິດທັງຫຼາຍຈົ່ງເປັນສັກຂີພະຍານ ຮັບຮູ້ການເຮັດບຸນຄັ້ງນີ້ຂອງຂ້າພະເຈົ້າ ແລະ ຄຸ້ມຄອງຊີວິດຂອງຂ້າພະເຈົ້າ ແລະ ສັດທີ່ຂ້າພະເຈົ້າປ່ອຍໃຫ້ປອດໄພຕາບຕໍ່ເທົ້າສິ້ນອາຍຸໄຂ
ດ້ວຍອຳນາດແຫ່ງຜົນບຸນໃນຄັ້ງນີ້ ຂໍໃຫ້ຂ້າພະເຈົ້າໄດ້ປະສົບກັບຄວາມຮົ່ມເຢັນເປັນສຸກ ປະສົບຄວາມສຳເລັດໃນຊີວິດ ພົບແຕ່ຄວາມສຸກຄວາມຈະເລີນ ຂໍໃຫ້ໝົດເຄາະ ໝົດໂສກ ໝົກໂຣກ ໝົດໄພທຸກປະການເຖີ້ນ
ຕາມນີ້ເດີ້
