ຂ່າວທົ່ວໄປສາລະໜ້າຮູ້

ຍ້ອນຫຍັງ? ໂຄງການຂອງລັດຈໍານວນໜຶ່ງ ຍັງບໍ່ມີຄວາມຄືບໜ້າ,ເຮັດບໍ່ໄດ້ດີ ແລະ ຊັກຊ້າ

ໂຄງການລົງທຶນ ສ່ວນຫຼາຍແມ່ນໄດ້ມີບັນຫານ ໃນການດຳເນີນງານ, ໂຄງການບໍ່ປະຕິບັດຕາມສັນຍາ, ບໍ່ມີຄວາມຄືບໜ້າໃນການເຮັດວຽກ ແລະ ຍັງສ້າງຜົນກະທົບໃຫ້ກັບປະຊາຊົນ ເຮັດໃຫ້ເກີດບັນຫາຫຍຸ້ງຍາກຕາມມາ ເຊິ່ງການຊຳລະໜີ້ ກໍຍັງ ຊັກຊ້າ ແລະ ບໍ່ທົ່ວເຖິງອີກດ້ວຍໂຄງການລັດຈໍານວນໜຶ່ງຢູ່ນະຄອນຫຼວງວຽງຈັນຍັງເຮັດບໍ່ໄດ້ດີ ແລະ ບໍ່ມີຈຸດສຸມ

ສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ແຈ້ງໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ນັບແຕ່ປີ 2016-2020 ການລົງທຶນຢູ່ພາຍໃນ ນວ ຍັງພົບຈຸດອ່ອນ ແລະ ຂໍ້ຫຍຸ້ງຍາກທີ່ຈະເລ່ັງແກ້ໄຂໃນອະນາຄົດ ໂດຍພົບເຫັນໂຄງການລົງທຶນຂອງລັດຈໍານວນໜຶ່ງຍັງປະຕິບັດບໍ່ທັນໄດ້ດີ, ບໍ່ມີຈຸດສຸມ ສ່ວນໃຫ່ຍແມ່ນເລັ່ງໃສ່ໂຄງການຮີບດ່ວນເພື່ອແກ້ໄຂຄວາມຫຍຸ້ງຍາກສະເພາະໜ້າ, ຍັງມີບາງໂຄງການໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ບໍ່ປະຕິບັດໄປຕາມເປົ້າໝາຍການລົງທຶນ, ບໍ່ປະຕິບັດຕາມສັນຍາ ແລະ ບໍ່ມີຄວາມຄືບໜ້າ.

ສະພາປະຊາຊົນ ນວ ໃຫ້ຮູ້ຕື່ມວ່າ: ການຊໍາລະໜີ້ສິນຍັງພົບຄວາມຫຍຸ້ງຍາກ, ຜ່ານມາການແກ້ໄຂໜິ້ສິນແມ່ນຂຶ້ນກັບຄວາມສາມາດຂອງງົບປະມານລວມທັງການແກ້ໄຂຮູບແບບໜີ້ສາມແຈແຕ່ກໍ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງທົ່ວເຖິງເຮັດໃຫ້ຜູ້ລົງທຶນແບກຮັບຢ່າງໜັກໜ່ວງ, ການຫັນຊັບສິນເປັນທຶນເພື່ອຊໍາລະໜີ້ໂຄງການລົງທຶນຂອງລັດທີ່ເປັນການລົງທຶນຂອງພາກເອກກະຊົນຍັງພົບຄວາມຫຍຸ້ງຍາກ, ຊັກຊ້າ ເຮັດໃຫ້ຕ້ອງແບກຫາບໜີ້ສິນຕົ້ນທຶນ ແລະ ດອກເບ້ຍເພີ່ມຂຶ້ນສູງເຊັ່ນ: ການກໍ່ສ້າງເສັ້ນທາງ 450 ປີ ທີ່ປະຕິບັດສໍາເລັດແລ້ວ ແຕ່ບໍ່ສາມາດຂາຍດິນລຽບເສັ້ນທາງເພື່ອມາຊໍາລະໜີ້ໄດ້ເທື່ອ, ນອກນັ້ນການລົງທຶນໃສ່ການຜະລິດກະສິກໍາເປັນສິນຄ້າຍັງບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການ ແລະ ບໍ່ຢືນຍົງ ຍັງເພິ່ງການນໍາເຂົ້າເປັນຫຼັກ ແລະ ອື່ນໆ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button