ກອງບັນຊາການ ປກສ ເມືອງປາກງື່ມ ໃຫ້ຮູ້ວ່າ: ພາຍຫຼັງສືບຄົ້ນຫາພົບເຫັນຮ່ອງຮອຍການກະທຳຜິດ, ການຄ້າຂາຍ ຢ າ ເ ສ ບ ຕິ ດ ເວລາ 10:00 ໂມງ,
ວັນທີ 11 ພຶດສະພາ 2022, ໄດ້ຈັບກຸມ ທ້າວສີລາເພັດ ຫຼື ໂດ ອາຍຸ 22 ປີ ຫວ່າງງານ ຢູ່ບ້ານໝາກຮຽວ ເມືອງປາກງື່ມ ນວ, ພ້ອມ ຂ ອ ງ ກ າ ງ ຢ າ ບ 26 ເ ມັ ດ ແລະ ຢ າ ອ 1 ຖົງນ້ອຍ,
ຜ່ານການເປີດກ້ວາງຂະຫຍາຍຜົນມີການຊັດທອດຫາຄົນຮ່ວມຂະບວນການຊື່ ທ້າວນ້ອຍ ອາຍຸ 35 ປີ ເຮັດນາ ຢູ່ບ້ານໂນນສູງ ເມືອງປາກງື່ມ ນວ ຈຶ່ງເຂົ້າຈັບກຸມພ້ອມຂ ອ ງ ກ າ ງ ຢ ບ ໄດ້ 194 ເ ມັ ດ ມາດໍາເນີນຄະດີ.
ຜ່ານການສືບສວນ-ສອບສວນ ຜູ້ຖືກຫາທັງສອງສາລະພາບວ່າ: ຢາບ້າທີ່ເຈົ້າໜ້າທີ່ຢຶດໄດ້ແມ່ນຂອງພວກກ່ຽວໂທສັ່ງຊື້ ໃນວັນທີ 9 ພຶດສະພາ 2022,
ເວລາ 14:00 ໂມງ ນໍາ ທ້າວນ້ອຍ ຈໍານວນ 1 ຖົງ ຫຼື 200 ເມັດ ແລະ ຢາໄອ໌ 1 ຖົງນ້ອຍ
ໄດ້ຢາບ້າມາແລ້ວ ກໍເອົາມາຂາຍໃຫ້ໄວລຸ້ນພາຍໃນບ້ານ ແລະ ບ້ານໃກ້ຄຽງ ຍັງເຫຼືອ ຢ ບ 26 ເ ມັ ດ ແລະ ຢ ອ 1 ຖົງນ້ອຍ, ຮອດວັນທີ 11 ພຶດສະພາ 2022 ຈຶ່ງຖືກເຈົ້າໜ້າທີ່ ຈັ ບຕົວ.
ກ່ອນໜ້ານີ້ຄື ວັນທີ 2 ພຶດສະພາ 2022, ພວກກ່ຽວກໍເຄີຍມີການຊື້ຂາຍ ຢ າ ເ ສ ບ ຕິ ດ ຈຶ່ງເປັນສາເຫດທີ່ເຮັດໃຫ້ເຈົ້າໜ້າທີ່ນຳ ຈັ ບ ຕົວ; ປັດຈຸບັນຄະດີດັ່ງກ່າວ,
ກອງບັນຊາການ ປກສ ເມືອງປາກງື່ມ ພວມເລັ່ງສືບຫາກຸ່ມແກ້ງຜູ້ຮ່ວມຂະບວນການ ມາດໍາເນີນຄະດີຕາມກົດໝາຍ.