ຂ່າວທົ່ວໄປແຈ້ງການ

ສາທາລະນະສຸກ ຊີ້ແຈງການເກັບຄ່າບໍລິການ 1,2 ລ້ານກີບ/ຄັ້ງ ກວດວິເຄາະໂຄວິດ

ພາຍຫລັງກະຊວງສາທາລະນະສຸກໄດ້ອອກແຈ້ງການກ່ຽວກັບການເກັບຄ່າບໍລິການກວດວິເຄາະພະຍາດໂຄວິດ-19 ກໍເກີດມີຫາງສຽງຂອງສັງຄົມຕໍ່ບັນຫາດັ່ງກ່າວເພາະວ່າໃນໄລຍະຜ່ານມາແມ່ນບໍ່ໄດ້ເສຍຄ່າບໍລິການໃດໆ ແລະ ຕໍ່ບັນຫານີ້ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນາສຸກຕາງຫນ້າໃຫ້ຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຊີ້ແຈງວ່າ: ຜ່ານມາອຸປະກອນ ແລະ ເຄມີ ທີ່ນຳໃຊ້ເຂົ້າໃນການກວດວິເຄາະພະຍາດດັ່ງກ່າວນັ້ນ ສ່ວນຫລາຍແມ່ນໄດ້ຮັບການຊ່ວຍ ເຫລືອ ຈາກປະເທດ

ເພື່ອນມິດ ແລະ ສາກົນ,ແຕ່  ປັດຈຸບັນ ແມ່ນມີຈຳນວນຈຳກັດ, ຂະນະດຽວກັນ ຜູ້ໃຫ້ການຊ່ວຍ ເຫລືອ ກໍຢາກໃຫ້ລາວ ເປັນເອກະລາດ ແລະ ໃຫ້ກຸ້ມຕົນເອງຕໍ່ໄປ. ດັ່ງນັ້ນ, ຈຶ່ງໄດ້ສະເໜີມາຍັງຄະນະສະເພາະກິດ ກໍຄື ລັດຖະບານ ວ່າ ເຮົາຄວນຈະຄິດໄລ່ຕົ້ນທຶນເພື່ອມາຊື້ແທນຄືນ, ເພາະວ່າ ການກວດວິເຄາະແຕ່ລະຄັ້ງ ບໍ່ແມ່ນພຽງແຕ່ນ້ຳຢາເທົ່ານັ້ນ, ຍັງມີເຄື່ອງ PPE ທີ່ພະນັກງານກວດກາຈະຕ້ອງໄດ້ໃຊ້ ເຊິ່ງຊຸດໜຶ່ງກໍມີລາຄາສູງເຖິງ 35 ໂດລາສະຫະລັດ ແລະ ແຕ່ລະມື້ແມ່ນໄດ້ໃຊ້ຈຳນວນຫລາຍຊຸດ,

ພ້ອມນັ້ນກໍຍັງມີອຸປະກອນອື່ນໆອີກ ແລະ ເຫັນວ່າ ການກວດວິເຄາະພະຍາດໂຄວິດ-19 ແມ່ນຈໍາເປັນທີ່ຈະຕ້ອງໄດ້ເກັບຄ່າບໍລິການ ນໍາໂດຍສະເພາະແມ່ນນັກທຸລະກິດ ທີ່ຈະອອກໄປຕ່າງປະເທດເພື່ອທຸລະກິດຕົນເອງ ແລະ ຜູ້ທີ່ມີເງື່ອນໄຂທີ່ຈະຈ່າຍໄດ້, ແຕ່ກໍລະນີທີ່ສົງໄສ ແລະ ກຸ່ມເປົ້າໝາຍແມ່ນຈະບໍ່ໄດ້ເສຍຄ່າ.ຕາມຂໍ້ຕົກລົງຂອງກະຊວງສາທາລະນະສຸກ ເລກທີ 3439 ລົງວັນທີ 22 ທັນວາ 2020 ລະບຸວ່າ: ຄ່າບໍລິການກວດວິເຄາະພະຍາດໂຄວິດ-19 ແມ່ນ 1,2 ລ້ານກີບ/ຄັ້ງ, ເຊິ່ງກຸ່ມຄົນທີ່ຈະຕ້ອງໄດ້ຈ່າຍ

ແມ່ນ ບຸກຄົນທີ່ເດີນທາງເຂົ້າ-ອອກຕາມດ່ານສາກົນ ແລະ ທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດ ເຊັ່ນ: ນັກການທູດຕ່າງປະເທດ, ພະນັກງານອົງການຈັດຕັ້ງສາກົນ, ນັກທຸລະກິດ (ລາວ, ຕ່າງປະເທດ) ນັກທ່ອງທ່ຽວ (ລາວ, ຕ່າງປະເທດ), ບຸກຄົນທົ່ວໄປ (ລາວ, ຕ່າງປະເທດ), ແຮງງານຕ່າງປະເທດ ແລະ ຜູ້ສະໝັກໃຈກວດ (ລາວ, ຕ່າງປະເທດ), ລວມທັງແຮງງານຄົນລາວ ທີ່ຈະເດີນທາງອອກໄປຕ່າງປະເທດ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button