ຂັບລົດຈັກຕຳມ້າລາຍ ເສຍຊີວິດ.
ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
ເຊິ່ງເຫດການບໍ່ຄາດຄິດນີ້ ເກີດຂຶ້ນ ໃນວັນທີ 22 ພຶດສະພາ 2022 ເວລາ 8:30 ໂມງ ຫນ່ວຍກູ້ໄພໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ
ວ່າມີລົດຈັກຕຳຫລັກເສົາຂ້າງທາງ ຈຸດເກີດເຫດທີ່ບ້ານ ເວີນກະເບົາ ເມືອງປາກງື່ມ ນະຄອນຫລວງວຽງຈັນ.
ພາຍຫລັງກວດສອບເຫດພົບຜູ້ປະສົບເຫດ 1 ຄົ ເພດຊາຍ ກະທົບຄໍ ເສຍຊີວິດຄາທີ. ດັ່ງນັ້ນ,
ຫນ່ວຍກູ້ໄພຈື່ງໄດ້ປະສານຫາເຈົ້າຫນ້າທີ່ທີ່ກ່ຽວແລະຫໍ່ມ້ຽນສົບນຳສົ່ງພີນ້ອງທຳພິທີທາງສາດສະຫນາ.
ທາງເພຈ ແລະ ຫນ່ວຍກູ້ໄພ ຂໍສະແດງຄວາມເສຍໃຈ ກັບຍາດພີ່ນ້ອງ ແລະ ຄອບຄົວຜູ້ເສຍຊີວິດດ້ວຍ.


