ໃນວັນທີ 26.05.2022 ເວລາ 20:10 ນາທີ ໜວ່ຍກູ້ໄພອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຜ່ານເບີ 023 1625 ວ່າມີອຸບັດຕິເຫດລົດໃຫຍ່+ລົດໃຫຍ່ ຢູ່ບ້ານສະຟື້ ເມືອງ ທຸລະຄົມ ແຂວງວຽງຈັນ. ເມື່ອໜ່ວຍກູ້ໄພໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ບາດເຈັບ02ຄົນ,ເປັນເພດຊາຍທັງສອງ
ຜູ້ທີ1 : ອາຍຸ 62 ປີ ຢູ່ບ້ານ ນາວ້າ ເມືອງ ທຸລະຄົມ ແຂວງວຽງຈັນ. ອາການເບື້ອງຕົ້ນແມ່ນ: ກະທົບຫົວ ແລະ ມີບາດແຜເປີດທີ່ໃບໜ້າ.
ຜູ້ທີ2 : ອາຍຸ 56ປີ ຢູ່ບ້ານ ນາວ້າ ເມືອງທຸລະຄົມ ແຂວງວຽງຈັນ. ອາການເບື້ອງຕົ້ນແມ່ນ: ກະທົບຫົວ ແລະ ມີບາດແຜເປີດທີ່ໃບໜ້າ.

ດັ່ງນັ້ນ,ໜ່ວຍກູ້ໄພອົງການກາແດງແຂວງວຽງຈັນຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໄປໂຮງຫມໍມິດຕະພາບ 150 ຕຽງ(ນວ).
