ຂ່າວທົ່ວໄປ

ການສັນຈອນ ທາງ 13 ເໜືອ ລຳບາກ ຂໍໃຫ້ພໍ່ແມ່ປະຊາຊົນ ອົດໃຈລໍຖ້າ ໂຄງການຄືບໜ້າຫຼາຍແລ້ວ.

ໂຄງການກໍ່ສ້າງປັບປຸງ ແລະ ສ້ອມແປງເສັ້ນທາງເລກທີ 13 ເໜືອ ແຕ່ສີເກີດ ນະຄອນຫຼວງວຽງຈັນ ຫາ ໂພນໂຮງ ແຂວງວຽງຈັນ ທີ່ມີຄວາມຍາວ 58 ກິໂລແມັດ ໄດ້ຮັບການສະໜັບສະໜຸນ ເງິນກູ້ດອກເບ້ຍຕໍ່າ ຈາກ 3 ສະຖາບັນ ການເງິນຄື: ທະນາຄານໂລກ 40 ລ້ານໂດລາ; ທະນາຄານການລົງທຶນພື້ນຖານໂຄງລ່າງອາຊີ 40 ລ້ານໂດລາ, ກອງທຶນນໍດິ ເພື່ອພັດທະນາ 9,5 ລ້ານໂດລາ, ແລະ ລັດຖະບານລາວສົມທົບທັງໝົດ 38,5 ລ້ານໂດລາ ລວມມູນຄ່າທັງໝົດ 128 ລ້ານໂດລາ.

ມາຮອດປະຈຸບັນໂຄງການກໍ່ສ້າງເສັ້ນທາງດັ່ງກ່າວກໍ່ເລີ່ມມີຄວາມຄືບໜ້າແນ່ແລ້ວ ເຫັນໄດ້ວ່າບາງຊ່ວງກໍ່ກຳລັງມີການກໍ່ສ້າງຮ່ອງລະບາຍນໍ້າຂ້າງທາງ ແລະ ຫຼາຍຈຸດກໍ່ໄດ້ມີການເທເບຕົງໜ້າທາງຈຳນວນໜຶ່ງແລ້ວ, ດັ່ງນັ້ນຊ່ວງນີ້ແມ່ນຊ່ວງທີ່ກຳລັງກໍ່ສ້າງ ກໍ່ຂໍໃຫ້ພໍ່ແມ່ປະຊາຊົນຜູ້ຢູ່ໃກ້ແຄມທາງຈົ່ງອົດທົນກັບຝຸ່ນ ແລະ ຜູ້ໃຊ້ລົດໃຊ້ຖະໜົນກໍ່ຂໍໃຫ້ຄອຍໄປຄອຍມາຊ່ວງນີ້ກໍ່ຈະລຳບາກແນ່.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button