ທ່ານ ຮສ.ດຣ.ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຖະແຫຼງຂ່າວໃນວັນທີ 5 ມັງກອນ 2021 ນີ້ວ່າ: ຕະຫຼອດໄລຍະ ປີ 2020 ພວກເຮົາໄດ້ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢູ່ປະເທດໃນຂອບເຂດຈຳກັດທີ່ສຸດ ມາຮອດປະຈຸບັນມີຜູ້ຕິດເຊື້ອທັງໝົດ 41 ຄົນ, ປິ່ນປົວດີ 40 ຄົນ, ຍັງຕິດຕາມອາການຢູ່ໂຮງໝໍ 1 ຄົນ ແລະ ບໍ່ມີຜູ້ເສຍຊີວິດ. ແຕ່ຢ່າງໃດກໍ່ຕາມ, ສະພາບການລະບາດຂອງພະຍາດຂອງພະຍາດດັ່ງກ່າວຢູ່ໃນໂລກນີ້ ຍັງບໍ່ໄດ້ຜ່ອນຄາຍລົງ, ບາງປະເທດຍັງກັບຄືນມາລະບາດອີກຄັ້ງໃໝ່ ເຖິງວ່າຈະມີການລິເລີ່ມນຳໃຊ້ Vaccine ປ້ອງກັນພະຍາດຢູ່ໃນບາງປະເທດມາແລ້ວ ຮອດວັນທີ 5 ມັງກອນນີ້ ມີຜູ້ຕິດເຊື້ອເຖິງ 85,9 ລ້ານກວ່າຄົນ (ຕິດເຊື້ອໃໝ່ 5 ແສນກວ່າຄົນ), ເສຍຊີວິດ 1,8 ລ້ານກວ່າຄົນ (ເສຍຊີວິດໃໝ່ 8,6 ພັນກວ່າຄົນ)

Toggle navigation


ສະເພາະມາດຕະການພາຍໃນປະເທດ: 1) ໂຈະງານຄອນເສີດ, ງານດົນຕີສະໂມສອນ ແລະ ງານສະຫຼອງປີໃໝ່ສາກົນທີ່ຈັດເປັນງານໃຫ່ຍ ກໍ່ເຫັນວ່າໄດ້ຮັບການຮ່ວມມືເປັນຢ່າງດີຈາກພາກສ່ວນກ່ຽວ ຂ້ອງ; 2) ຕິດຕາມກວດກາມາດຕະການຢູ່ສູນຈຳກັດບໍລິເວນຂອງລັດ, ໂຮງແຮມທີ່ຖືກກຳນົດໄວ້ໃຫ້ປະຕິບັດຢ່າງຖືກຕ້ອງ ແລະ ເຂັ້ມງວດ ຈຳກັດບໍລິເວນຄົບ 14 ວັນ, ບໍ່ໃຫ້ອອກໄປຂ້າງນອກ; 3) ໄດ້ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ທຸກຄົນໃນສັງຄົມຍົກສູງສະຕິຄວາມຮັບຜິດຊອບໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ, ການແຜ່ເຊື້ອ; 4) ໄດ້ລົງເກັບຕົວຢ່າງຈາກຜູ້ຂົນສົ່ງ ແລະ ຄ້າຂາຍອາຫານທະເລ ມາກວດວິເຄາະຫາເຊື້ອ COVID-19 ຈຳນວນ 138 ຄົນ ເຫັນວ່າບໍ່ພົບເຊື້ອພະຍາດ; 5) ພວກເຮົາຍັງມີມາດຕະການເພີ້ມເຕີມ ສຳລັບຕິດຕາມຜູ້ຈຳກັດບໍລິເວນ ໃນໄລຍະ 14 ວັນ ຊຶ່ງແມ່ນເຄື່ອງມື ທາງການແພດແບບ Digital ແນໃສ່ໂມງຜູ້ເດີນທາງເຂົ້າມາ, ຊຶ່ງສາມາດຕິດຕາມອຸນຫະພູມ ເຊົ້າ-ແລງ ແລະ ບອກສະຖານທີ່ ທີ່ຜູ້ກ່ຽວໄປມາ. ພ້ອມທັງມາດຕະການໃຫ້ຊື້ປະກັນໄພ COVID-19 ສຳລັບຜູ້ເດີນທາງເຂົ້າມາ; 6) ສະເພາະກ່ຽວກັບ Vaccine ກັນພະຍາດ COVID-19 ປະເທດເຮົາກໍ່ໄດ້ຮັບມາແລ້ວ ແລະ ໄດ້ກຳນົດການສັກໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ ເປັນຮອບທີ 2 ແລ້ວ ແລະ ຈະສືບຕໍ່ດຳເນີນການຕໍ່ໄປ.

ພ້ອມດຽວກັນນີ້, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຍັງໄດ້ຮຽກຮ້ອງໃຫ້ທະຫານຊາຍແດນ, ອຳນາດການປົກຄອງ ເພີ່ມຄວາມເຂັ້ມງວດກວດກາຕາມຊາຍແດນ, ກໍລະນີພົບເຫັນຜູ້ລັກລອບເຂົ້າມາແມ່ນໃຫ້ນຳສົ່ງເຂົ້າສູນຈຳກັດບໍລິເວນ ເພື່ອກວດວິເຄາະຫາເຊື້ອ ຄວບຄຸມບໍ່ໃຫ້ມີການຕິດເຊື້ອ ແລະ ແຜ່ເຊື້ອ; ເຈົ້າໜ້າທີ່ຢູ່ດ່ານຊາຍແດນເຂັ້ມງວດໃນການກວດໃບຢັ້ງຢືນວິເຄາະຫາເຊື້ອ COVID-19 ນຳຜູ້ຂັບລົດຂົນສົ່ງທຸກຄົນ ຖ້າບໍ່ມີໃບຢັ້ງຢືນກວດ COVID-19 ເປັນຜົນລົບ ພາຍໃນ 1 ອາທິດ ແມ່ນບໍ່ອະນຸຍາດໃຫ້ລົດຜ່ານ ແລະ ເກັບຕົວຢ່າງມາກວດຫາເຊື້ອ; ໃຫ້ທຸກພາກສ່ວນ, ຂະແໜງການພາກລັດ-ເອກະຊົນ, ອຳນາດການປົກຄອງທຸກຂັ້ນ, ພໍ່ແມ່ປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຊາວຕ່າງປະເທດ ທີ່ອາໄສຢູ່ ສປປ ລາວ ລວມທັງຜູ້ເດີນທາງເຂົ້າມາ ສປປ ລາວ ຈົ່ງໃຫ້ການຮ່ວມມື-ຮ່ວມໃຈກັນຈັດຕັ້ງປະຕິບັດມາດຕະການຕ່າງ