ຜົນສໍາເລັດ ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສະໄໝທີ XI
….
….
ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ປຶກສາຫາລື ແລະ ໃຫ້ທິດຊີ້ນໍາ ຕໍ່ບັນຫາຍຸດທະສາດສຳຄັນຈໍານວນໜຶ່ງ ຂອງພັກ, ຂອງຊາດເປັນຕົ້ນແມ່ນ ການເສີມຂະຫຍາຍທ່າແຮງແລະຄວາມສາມາດບົ່ມຊ້ອນຂອງປະເທດ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ;
….
…
….
ການສ້າງສາພັດທະນາ ສາມາດຍາດໄດ້ຜົນສໍາເລັດທີ່ຕັ້ງໜ້າຫຼາຍດ້ານເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດ ສືບຕໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ;ພ້ອມນັ້ນກໍ່ຍົກໃຫ້ເຫັນບາງດ້ານທີ່ຕ້ອງຮີບຮ້ອນແກ້ໄຂ, ເປັນຕົ້ນແມ່ນແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ, ສະພາບໄພເງິນເຟີ້, ລາຄາສິນຄ້າສູງຂຶ້ນ, ບັນຫາຂາດແຄນນໍ້າມັນ ແລະສະພາບຫຍໍ້ທໍ້ອື່ນໆ… ເຊິ່ງເປັນບັນຫາທ້າທາຍຕໍ່ເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດ ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ
…
…
…
ສືບຕໍ່ສົ່ງເສີມ ແລະຊຸກຍູ້ການນໍາໃຊ້ພະລັງງານທາງເລືອກເຊັ່ນ: ລົດໄຟຟ້າ, ປັບປຸງການບໍລິການໂດຍສານສາທາລະນະ; ປັບປຸງຍົກລະດັບວຽກງານທ່ອງທ່ຽວ ຕິດພັນກັບການວາງມາດຕະການຮອງຮັບການເປີດປະເທດ ໃນເງື່ອນໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີຄວາມຮັດກຸມ
…
….
ຢ່າງແທ້ຈິງຈຶ່ງຈະສ້າງຖ່ວງທ່າ ແລະ ພື້ນຖານອັນໜັກແໜ້ນ ໃຫ້ປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ; ຄະນະບໍລິຫານງານສູນກາງພັກຮຽກຮ້ອງມາຍັງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ-ພະນັກງານ ຈົ່ງຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າໃນການຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງຂອງສູນກາງພັກ ເຂົ້າສູ່ຊີວິດຕົວຈິງໃນຂົງເຂດວຽກງານຂອງຕົນ ເພື່ອສ້າງການຫັນປ່ຽນທີ່ແຂງແຮງແລະເລິກເຊິ່ງ ຢູ່ແຕ່ລະຂົງເຂດວຽກງານ ກໍຄືໃນທົ່ວສັງຄົມ;
….
…
…

…
