8 ຕົ້ນໄມ້ ມຸງຄຸນ ປູກໄວ້ໂຕະເຮັດວຽກ ມີແຕ່ຈະເລີນ ໂຊກໝານ ດຶງດູດແຕ່ສິ່ງດີໆເຂົ້າມາ ຂັບໄລ່ສິ່ງບໍ່ດີອອກໄປ

8 ຕົ້ນໄມ້ ມຸງຄຸນ ປູກໄວ້ໂຕະເຮັດວຽກ ຈະຈະເລີນ, ໂຊກໝານ ດຶງດູດແຕ່ສິ່ງດີໆເຂົ້າມາ
ການຢູ່ໃກ້ຕົ້ນໄມ້ ເຮົາຈະມີຄວາມສົດຊື່ນ ສະບາຍຕາ ແລະ ຕົ້ນໄມ້ກໍມີປະເພດທີ່ເໝາະໃນການປູກໃນເຮືອນ, ບ່ອນເຮັດວຽກ, ໂຕະເຮັດວຽກ ເພື່ອເສີມບາລະມີ, ໂຊກລາບ, ລະບາຍອາກາດ ດູດສານຜິດ ເພື່ມອອກຊີເຈນໄດ້ ເຮັດໃຫ້ຜ່ອນຄາຍ ບໍ່ເຈັບຕາໄດ້ ມີຕົ້ນຫຍັງແນ່ໄປເບິ່ງນຳກັນ
1 ນົ້ນແກ້ວແຄະ ເສີມໂຊກລາບໃຈົ້າຂອງໂຕະ

2 ຕົ້ນອອມເງິນ ເຈົ້າຂອງໂຕະຈະບໍ່ຟຸ່ມເຟືອຍ ໃຊ້ຈ່າຍມີເຫດຜົນ ປະຢັດ ຊ່ວຍຄວບຄຸມການເງິນວ່າຊັ້ນສະ

3 ຕົ້ນພູດ່າງ ເຈົ້າຂອງໂຕະຈະຢູ່ເຢັນເປັນສຸກ

4 ຕົ້ນໄຜ່ກວນອິນ ເສີມໂຊກລາບ ເງິນຄຳໄຫຼມາເທມາ

5 ຕົ້ນລິ້ນມັງກອນແຄະເປັນຕົ້ນໄມ້ທົນທຸກສະພາບອາກາດ ບໍ່ມັກນ້ຳ ແລະ ສາມາດຟອກອາກາດໄດ້ດີ ຈະຊ່ວຍເຮັດໃຫ້ບັນຍາກາດທີ່ເຮັດວຽກດີ ດຶງດູດສິ່ງດີໆເຂົ້າມາ ແລະ ໄລ່ ສິ່ງບໍ່ດີອອກໄປ

6 ຕົ້ນຕະບອງເພັດ ສາມາດດູດລັງສີສີຟ້າຈາກຄອມ, ຈໍໂທລະສັບໄດ້ ເຮັດໃຫ້ສະບາຍຕາ ແລະ ຍັງເຊື່ອວ່າເປັນຕົ້ນປ້ອງກັນສິ່ງບໍ່ດີທີ່ຈະເຂົ້າມາທຳຮ້າຍເຈົ້າຂອງໂຕະ

7 ຕົ້ນສັບປະລົດສີ ເສີມຄວາມກ້າວໜ້າ ໃນເລື່ອງຂອງການງານໄດ້ດີ7 ຕົ້ນສັບປະລົດສີ ເສີມຄວາມກ້າວໜ້າ ໃນເລື່ອງຂອງການງານໄດ້ດີ

8 ເຟີນເງິນ ເປັນຕົ້ນໄມ້ງາມ ຕົບແຕ່ງໂຕະກໍງາມ ເສີມມຸງຄຸນໃຫ້ເຈົ້າຂອງໂຕະດູດີ

ລອງຫາມາປູກລອງເບິ່ງເດີ້ ວ່າຈະຊ່ວຍເສີມສິ່ງຕ່າງໆໄດ້ບໍ່ ເຊິ່ງຢູ່ບ້ານເຮົາກໍມີບັນດາຕົ້ນໄມ້ແນວນີ້ ຫາຊື້ໄດ້ງ່າຍໆ