👏👏 ແພຣວາ ສ້າງຜົນງານເດັ່ນຄວ້າ 3 ຫຼຽນທອງ
ໃນລາຍການ Singapore Open 2022 Gymnastic ສະຫຼຸບຜົນງານການແຂ່ງຂັນ ລາຍການ Singapore Open 2022 Gymnastic ທີ່
ນາງ ແພຣວາ ມິຊາໂຕະ ພິລາພັນເດຊ ນັກກິລາຍິມນາສະຕິກລີລາ ທີມຊາດລາວ ລົງແຂ່ງຂັນລະຫວ່າງວັນທີ 3-4 ມິຖຸນາ 2022.
– ອຸປະກອນ Hoop ໄດ້ຄະແນນ 25.050- ອຸປະກອນ Ball ໄດ້ຄະແນນ 25.700
– ອຸປະກອນ Clubs ໄດ້ຄະແນນ 25.450
– ອຸປະກອນ Ribbon ໄດ້ຄະແນນ 21.900ເຮັດໃຫ້ ແພຣວາ ມິຊາໂຕະ ພິລາພັນເດຊ
ນັກກິລາຍິມນາສະຕິກລີລາ ທີມຊາດລາວ ສ້າງຜົນງານໂດດເດັ່ນ ຄວ້າ 3 ຫຼຽນທອງ (Bronze) ຈາກອຸປະກອນ:
Hoop, Ball, Ribbon ແລະ ອັນດັບ 4 ປະເພດບຸກຄົນລວມອຸປະກອນນັບວ່າເປັນອີກຄວາມພາກພູມໃຈໃນການເປັນຕົວແທນຂອງທີມຊາດລາວລົງແຂ່ງຂັນລະດັບນາໆຊາດ ແລະ
ເປັນອີກບາດກ້າວສຳຄັນໃນການທີ່ຈະນຳພາພັດທະນາວົງການ ຍິມນາສຕິກລີລາທີມຊາດລາວໃຫ້ກ້າວໜ້າຂຶ້ນໄປ.ຂ່າວ-ພາບ: Lao Gymnastics Federatoin