ປະຊາຊົນລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟເພຶ່ອເຂົ້າໄປຖ່າຍຮູບ ເປັນອັນຕະລາຍຕໍ່ຊິວິດຂອງປະຊາຊົນ ແລະ ການແລ່ນລົດໄຟ !

ປະຊາຊົນລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟເພຶ່ອເຂົ້າໄປຖ່າຍຮູບ ເປັນອັນຕະລາຍຕໍ່ຊິວິດຂອງປະຊາຊົນ ແລະ ການແລ່ນລົດໄຟ !

ດັ່ງໃນຮູບລຸ່ມນີ້ ຊຶ່ງເປັນເຫດການທີ່ເກີດຂຶ້ນໃນວັນທີ 5 ມີຖຸນາ 2022 ໄດ້ມີຍິງສາວສາມຄົນລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟ ແລະ ໄປຖ່າຍຮູບຢູ່ເທິງລາງລົດໄຟ,

ເຈົ້າຫນ້າທີ່ກ່ຽວຂ້ອງໄດ້ພາເຂົາເຈົ້າອອກຈາກພື້ນທີ່ຢ່າງປອດໄພ ພ້ອມທັງໃຫ້ຄວາມຮູ້ ແລະ ຕັກເຕືອນເຂົາເຈົ້າວ່າເທື່ອຫນ້າບໍ່ໃຫ້ເຮັດພຶດຕິກຳດັ່ງກ່າວອີກ.

ດັ່ງນັ້ນ, ເພື່ອຄວາມປອດໄພຂອງການເດີນລົດໄຟ ໂດຍສະເພາະແມ່ນຂອງຜູ້ໂດຍສານ ແລະ ຂອງຕົວທ່ານເອງ, ຈຶ່ງຂໍຄວາມຮ່ວມມືຈາກທຸກທ່ານ ຈົ່ງຢ່າລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟຢ່າງເດັດຂາດ.

ໃນກົດໝາຍວ່າດ້ວຍການລົດໄຟມາດຕາທີ 137 ຂໍ້ທີ 5 ລະບຸຢ່າງຊັດເຈນວ່າ ຫ້າມບໍ່ໃຫ້ບຸກຄົນ, ນິຕິບຸກຄົນລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟຢ່າງເດັດຂາດ.

ດັ່ງນັ້ນ, ຂໍແຈ້ງມາຍັງປະຊາຊົນທຸກທ່ານອີກຄັ້ງໜຶ່ງ ນອກຈາກການລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟຈະຜິດຕໍ່ລະບຽບກົດໝາຍແລ້ວ,

ຍັງຈະເປັນອັນຕະລາຍຕໍ່ຕົວທ່ານເອງ, ເນື່ອງຈາກວ່າໃນຂອບເຂດຮົ້ວປ້ອງກັນຄວາມປອດໄພອາດຈະມີອຸປະກອນຕິດຕັ້ງທີ່ມີໄຟຟ້າແຮງສູງ,

ອີກປັດໄຈໜຶ່ງລົດໄຟແມ່ນຕ້ອງໃຊ້ໄລຍະທາງ ແລະ ໄລຍະເວລາຈຳນວນໜຶ່ງໃນການເບກ,

ບໍ່ສາມາດເບກທັນທີໄດ້, ເຊິ່ງຫາກມີອຸບັດຕິເຫດເກີດຂຶ້ນແລ້ວກໍອາດຈະພາໃຫ້ເປັນອັນຕະລາຍເຖິງແກ່ຊີວິດຂອງປະຊາຊົນເອງໄດ້. ພ້ອມດຽວກັນນັ້ນ,

ພຶດຕິກຳດັ່ງກ່າວກໍຍັງຈະເປັນອັນຕະລາຍຕໍ່ຊີວິດຂອງຜູ້ໂດຍສານພາຍໃນລົດ ແລະ ຍັງເຮັດໃຫ້ເປັນອັນຕະລາຍຕໍ່ຊັບສິນຂອງປະເທດຊາດບ້ານເມືອງ.

ສະນັ້ນ, ຈິ່ງເປັນອັນຕະລາຍຢ່າງສູງຫາກລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟ.

ຂໍ້ມູນ: ລົດໄຟລາວຈີນ

About admin

Check Also

ດ່ວນໆ

ອຸບັດຕິເຫດ ທີ່ກິວມ່ວງ ໃກ້ເມືອງຊຽງເງິນ ແຂວງຫລວງພະບາງ.ບໍ່ມີລາຍງານຜູ້ບາດເຈັບ. ລິ້ງຄລິບ https://m.facebook.com/story.php?story_fbid=pfbid02qVVzWerLGZkzRyQwAV2s2dXCCz5GDSPhb9mcd22eFg2yUVk7smtSwayw53MDsZf9l&id=100050843372972&mibextid=Nif5oz ສ່ວນລົດແລະ ສິ່ງຂອງເປເພເສຍຫາຍຫຼາຍ ລາຍງານໂດຍ: ສະລັກ25 ມີນາ 2023

Leave a Reply

Your email address will not be published. Required fields are marked *