ຂ່າວທົ່ວໄປ

ໄອດໍເດັກທົ່ວໂລກ ເສດຖີເດັກຄົນໃຫມ່ ປີດຽວຫາເງິນໄດ້ເກືອບ 30 ລ້ານໂລດາ

ປີໃໝ່ 2021 ເຮົາມາພົບກັບເລື່ອງລາວໃໝ່ໆຂອງຄົນລຸ້ນໃໝ່ທີ່ໜ້າອັດສະຈັນຄົນໜຶ່ງ ເຂົາຄົນນີ້ຖືກບັນທຶກວ່າເປັນຜູ້ສ້າງລາຍໄດ້ສູງສຸດໃນຢູທຸບປະຈຳປີ 2020 ແລະເປັນຜູ້ຍອດນິຍົມສຸດຂອງເດັກໆທົ່ວໂລກອີກດ້ວຍ

ວາລະສານ Forbes ໄດ້ຈັດອັນດັບຢູທຸບເບີ້ທີ່ສ້າງລາຍໄດ້ສູງສຸດປະຈຳປີ 2020 ປະກົດວ່າກາຍເປັນຜູ້ທີ່ທຸກຄົນຄາດບໍ່ເຖິງເນື່ອງຈາກລາວມີອາຍຸພຽງແຕ່ 9 ປີເທົ່ານັ້ນເອງ.

ເດັກຊາຍໄວ 9 ປີຄົນນີ້ມີຊື່ວ່າ ໄຮອັນ ຄາຈິ ອາຍຸ 9 ປີ ຈາກລັດເທັກຊັດ ສະຫະລັດອາເມລິກາ ໜູນ້ອຍຄົນນີ້ກາຍເປັນເດັກຜູ້ມີຍອດວິວແລະລາຍຮັບບໍ່ທຳມະດາຈາກການຣີວີວຂອງຫຼິ້ນ ແລະເກມ ຈົນມີລາຍໄດ້ສູງເຖິງ 29,5 ລ້ານໂດລາສະຫະລັດພາຍໃນປີດຽວ.

ຈຸດເລີ່ມຕົ້ນຂອງການກ້າວຈາກເດັກນ້ອຍທຳມະດາສູ່ຢູທຸບເບີ້ຜູ້ໂດ່ງດັງນັ້ນ ຢ້ອນກັບໄປເມື່ອໄຮອັນມີອາຍຸໄດ້ 4 ປີ ລາວເຫັນເດັກຄົນອື່ນໆມັກແຊວີດີໂອຂອງຫຼິ້ນຕະຫຼອດໆ ຈິ່ງຕັ້ງຄຳຖາມກັບຕົວເອງວ່າ ເປັນຫຍັງບໍ່ລອງໄປຢູ່ໃນວີດີໂອຈັກຄັ້ງເບິ່ງ ຫຼັງຈາກນັ້ນລາວຈິ່ງປຶກສາກັບຄອບຄົວ ແລະ ຕັດສິນໃຈເປີດຊ່ອງຢູທຸບ.

ໄຮອັນໄດ້ເປີດຊ່ອງຢູທຸບໃສ່ຊື່ວ່າ ໂລກຂອງໄຮອັນ “Ryan’s World” ເພື່ອເຮັດວີດີໂອຣີວີວເຄື່ອງຫຼິ້ນ ແລະເກມຕ່າງໆ ລວມເຖິງການທົດລອງວິທະຍາສາດ ນັບແຕ່ນັ້ນມາໄຮອັນກໍ່ເລີ່ມໄດ້ຮັບຄວາມນິຍົມຈາກເດັກໆຢ່າງຕໍ່ເນື່ອງມີມາຮອດຂະນະນີ້ ມີຜູ້ຕິດຕາມແລ້ວຫຼາຍກວ່າ 27,8 ລ້ານຄົນ.

ໃນນັ້ນມີວີດີໂອທີ່ມີຍອດວິວຕໍ່ຄລິບສູງເຖິງ 2 ພັນລ້ານວີວ ທັງໝົດນັ້ນໄດ້ສົ່ງຜົນໃຫ້ໄຮອັນໄດ້ເປັນໜຶ່ງໃນ 60 ວີດີໂອທີ່ມີຜູ້ຊົມຫຼາຍທີ່ສຸດເທົ່າທີ່ເຄີຍມີໃນຢູທຸບ.

ໄຮອັນບໍ່ແມ່ນມີລາຍຮັບຈາກຢູທຸບເທົ່ານນັ້ນ ແຕ່ຍັງມີຫຼາຍບໍລິສັດຍັງຕິດຕໍ່ຫາໜູນ້ອຍຄົນນີ້ຊ່ວຍຣີວີວສິນຄ້າໃຫ້ຢ່າງບໍ່ຂາດສາຍ ເພື່ອໃຫ້ເດັກຄົນອື່ນໆໄດ້ເຫັນຜະລິດຕະພັນໄດ້ຂາຍສິນຄ້າອີກດ້ວຍ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button