ວ່າຈ້າງມືປືນ ຄາດຕະກຳປິດຫນີ້.
ໃນວັນທີ 8 ມິຖຸນາ 2022 ເຈົ້າຫນ້າທີ່ຕຳກລວດ ກົມສືບສວນ-ສອບສວນ ກົມໃຫຍ່ຕຳຫລວດ ກະຊວງ ປກສ ຮ່ວມກັບພາກສ່ວນກ່ຽວຂ້ອງ ສາມາດຈັບມືປືນ ແລະ ຜູ້ວ່າຈ້າງ ໃຫ້ຄາດຕະກຳ ປິດຫນີ້ ( ເຈົ້າຫນີ້ ) ຈຳນວນເງິນຫລາຍແສນ ໂດລາສະຫະລັດອາເມລິກາ.
ເຫດການດັ່ງກ່າວ ເກີດຂຶ້ນໃນວັນທີ 1 ກັນຍາ 2021 ປີຜ່ານມາ ເວລາ 20:40 ໂມງ ໄດ້ມີຄົນຮ້າຍຈຳນວນຫນຶ່ງ ໄດ້ຂີ່ລົດຈັກຄຼີກໄອ ປະກົບລົດຈັກຟີໂນ ແລະ ໃຊ້ປືນຍິງ
ທ້າວ ຫຼີວລີ້ຊວນສັນຊາດຈີນຢູ່ເສັ້ນທາງປະຕູໄຊຫາໄຟແດງສີດຳດວນ ເມືອງຈັນທະບູລີເຮັດໃຫ້ໄດ້ຮັບບາດເຈັສາຫັດ;ຈາກນັ້ນຖືກນຳຕົວສົ່ງໂຮງຫມໍ ໄດ້ຮັບການປິ່ນປົວຈົນປອດໄພໃນເວລາຕໍ່ມາ.
ຫຼັງຈາກເກີດເຫດ ເຈົ້າໜ້າທີ່ໄດ້ຊັນນະສູດສະຖານທີ່ເກີດເຫດ, ເອົາຄໍາໃຫ້ການພະຍານ, ຜູ້ຮູ້ເຫັນ ເຫດການ ແລະ ສາມາດຂຶ້ນເປົ້າໝາຍກະທຳຜິດໄດ້ຈຳນວນໜຶ່ງ. ຕົກມາຮອດວັນທີ 9 ກັນຍາ 2021 ເຈົ້າໜ້າທີ່ກົມ
ສືບສວນ-ສອບສວນ ສາມາດຈັບຕົວ ຜູ້ວ່າຈ້າງ ຫຼື ຫົວໂປ່ໂຕການ ຊື່ບັກ ຕີ່ຕີ່ ທໍລະນິນ, ຖິ່ນກຳເນີດ ນະຄອນຫຼວງວຽງຈັນ ໂດຍຜູ້ກ່ຽວໄດ້ວ່າຈ້າງ ມືປືນ ຈຳນວນ 3 ບັກ ໃຫ້ມາຄາດຕະກຳທ້າວ ຫຼີວລີ້ຊວນ ( ເຈົ້າຫນີ້ ). ໃນນີ້, ຈັບໄດ້ 2 ບັກ ຄື: ບັກໂຕລ້າ ແລະ ບັກໂກ້, ຍັງຕິດຕາມຈັບຕົວ 1 ບັກ.
ຜ່ານການສືບສວນ-ສອບສວນ ດຳເນີນຄະດີ ຈື່ງຮູ້ວ່າ ແຮງຈູງໃຈໃນການຄາດຕະກໍາ ທ້າວ ຫຼິວລີ້ຊວນ ໃນຄັ້ງນັ້ນ ເພື່ອປິດໜີ້ໃຫ້ແກ່ບັກ ຕີ່ຕີ່ ( ລູກຫນີ້ ) ເພາະໃນໄລຍະຜ່ານມາຜູ້ກ່ຽວໄດ້ຢືມເງິນນຳຄູ່ກໍລະນີຈຳນວນເງິນຫຼາຍແສນໂດລາສະຫະລັດອາເມລິກາ.




ຊົມຄຼິບ
@ ຫນັງສືພິມຄວາມສະຫງົບ.