ຈອບຈັບຜູ້ຖືກຫາ ຢາບ້າ 200.000 ກວ່າເມັດ. ………
ວັນທີ 6 ມີຖຸນາ 2022 ເວລາ 21:30 ໂມງ ຕໍາຫຼວດຈະລາຈອນ ໄດ້ຕັ້ງຈຸດກວດປ້ອມປາກສັງ ບ້ານທ່ານາສາ ເມືອງ ສັງທອງ ນະຄອນຫຼວງວຽງຈັນ ກວດກາລົດກະບະຣີໂວ້ ຂັບຂີ່ຜ່ານດ່ານກວດກາ, ຈິ່ງປະສານຫາ ພາກສ່ວນກຽວຂ້ອງລັດສະກັດ.
ເຈົ້າຫນ້າທີ່ ໃຫ້ຂໍ້ມູນວ່າ: ໃນຂະນະຕັ້ງດ່ານກວດກາ ມີລົດຣິໂວ້ທະບຽນ ຮວ 9994 ກໍາແພງນະຄອນ ກໍາລັງຂັບຂີ່ມາທາງທິດເໜືອ ມຸ່ງໜ້າເຂົ້າພື້ນທີ່ເມືອງສັງທອງ ນະຄອນຫຼວງວຽງຈັນ,
ພໍມາຮອດຈຸດກວດປ້ອມປາກສັງ ເຈົ້າໜ້າທີ່ ຈຶ່ງໄດ້ຂໍກວດ ແຕ່ຜູ້ຂັບຂີ່ອ້າງວ່າລົດຕິດໄຟແນ້ນ ບໍ່ມີເອກະສານມາໃດໆ. ຈາກນັ້ນ ເຈົ້າໜ້າທີ່ສົງໄສ ຈຶ່ງໃຫ້ຜູ້ຂັບຂີ່ເອົາແວ່ນດ້ານຫຼັງລົງ ແລ້ວສັງເກດພົບເຫັນເປົາສີດຳ 1 ໜ່ວຍ ມີຜ້າແພ ສີຟ້າປົກໄວ້ ເຈົ້າໜ້າທີ່ຈະລາຈອນ ຈຶ່ງຖາມວ່າ ແມ່ນເປົາຫຍັງ, ຜູ້ຂັບຂີ່ລົດ ຈຶ່ງເລັ່ງຂັບລົດຫຼົບໜີໄປ.
ຈາກນັ້ນ ໄດ້ປະສານຫ່ພາກສ່ວນກ່ຽວຂ້ອງລັດາະກັດລົດຄັນດັ່ງກ່າວ ຮອດເວລາປະມານ 7:30 ໂມງ ຂອງວັນທີ 7 ມິຖຸນາ 2022 ຈຶ່ງໄດ້ພົບເຫັນລົດກະບະຄັນດັ່ງກ່າວຈອດປະໄວ້ຢູ່ພື້ນທີ່ບ້ານ ນາຫອຍ ຈາກນັ້ນຈຶ່ງໄດ້ທຳການກວດຄົ້ນ ພົບເຫັນກຸນແຈ ປະໄວ້ຢູ່ຕີນລົດ ພາຍໃນລົດມີເອກະສານຈໍານວນໜຶ່ງ ແລະ ຢາບ້າ ຈຳນວນ 16 ເມັດ.
ເຈົ້າຫນ້າທີ່ຈິ່ງແຕ່ງຕັ້ງ ແລະ ຕິດຕາມການເຄື່ອນໄຫວ ເວລາຕໍ່ມາປະມານ 17:00 ໂມງ ຂອງວັນດຽວກັນ ພົບເຫັນທ້າວ ດາວເຮືອງ ອາຍຸ 40 ປີ, ເຮັດນາ ຢູ່ບ້ານ ໂຄກແຫ້ ເມືອງ ສັງທອງ ລາກເອົາເປົາສີດຳທີ່ຢູ່ແຄມທາງ ເຂົ້າໄປປ່າທາງເລີກປະມານ 4 ແມັດ ເຈົ້າຫນ້າທີ່ຈິ່ງເຂົ້າຈັບຕົວ.
ຜູ້ກ່ຽວຮັບສາລະພາບວ່າ: ພາຍຫລັງພົບເຫັນກະເປົ໋າສີດຳ ຈຶ່ງເອົາມີດປາດເບິ່ງແລ້ວຮູ້ວ່າ ຢາບ້າ, ຈຶ່ງໄດ້ແບ່ງເປັນສາມພູດ ເອົາໄປຊຸກເຊື່ອງໄວ້ ຢູ່ເຂດນາເຂດບ້ານອ່າງນ້ອຍ 11 ແພັກ ແລະ ເອົາໄປຊຸກເຊື່ອງໄວ້ແຄມທາງ ລະຫວ່າງບ້ານ ໂຄກແຫ້ ຫາ ບ້ານ ເພຍລາດ 20 ແພັກ ລວມ 42 ແພັກ ຫຼື 126 ມັດ ຫຼື 252.000 ເມັດ.


