#ສຶກສາຂໍ້ມູນ “ວັນນີ້ 13 ມິຖຸນາ 2022, ກອງປະຊຸມສະໄໝສາມັນເທື່ອທີ 03 ສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນ ແລະ ຈະດໍາເນີນໄປເຖິງ ວັນສຸກ ວັນທີ 08 ກໍລະກົດ 2022 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດນະຄອນຫລວງວຽງຈັນ”.
ວາລະຕົ້ນຕໍໃນວັນນີ້ ຈະໄດ້ຮັບຟັງບັນດາບົດລາຍງານກ່ຽວກັບວຽກງານຂອງລັດຖະບານ:
(1) ບົດລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 06 ເດືອນຕົ້ນປີ 2022 ແລະ ແຜນການ 06 ເດືອນທ້າຍປີ 2022;
(2) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 06 ເດືອນຕົ້ນປີ 2022 ແລະ ແຜນການ 06 ເດືອນທ້າຍປີ 2022;
(3) ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 06 ເດືອນຕົ້ນປີ 2022 ແລະ ແຜນການ 06 ເດືອນທ້າຍປີ 2022;
(4) ບົດລາຍງານຂອງລັດຖະບານ
ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ 06 ເດືອນຕົ້ນປີ 2022 ແລະ ແຜນການ 06 ເດືອນທ້າຍປີ 2022;
(5) ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ;
ຄລິບ
https://fb.watch/dCk_Lu6OWg/