ຈາກໂພສLAO STATE FUEL COMPANY (LSFC) ລັດວິສາຫະກິດ ນໍ້າມັນເຊຶ້ອໄຟລາວ (ລນລ) ໄດ້ໂພສໃນວັນທີ 14/06/2022 ວ່າ:
ແຈ້ງເຖິງລູກຄ້າ ລນລ ຢູ່ນະຄອນຫຼວງ ມື້ອຶ່ນວັນທີ 15/06/2022 ຈະມີນ້ຳມັນໃຫ້ບໍລິການຕາມປ້ຳຕົວແທນຈຳໜ່າຍຈຳນວນ 13 ປ້ຳ ຕາມຕາຕະລາງດ້ານລຸ່ມ.
(ສຳລັບການເປິດປິດແມ່ນຂື້ນກັບເຈົ້າຂອງປ້ຳນັ້ນໆ) ໝາຍເຫດ: ສຳລັບປ້ຳຫຼັກ 7 ນ້ຳມັນກາຊວນອາດມີໃຫ້ບໍລິການຫລັງ 11 ໂມງສວາຍ
ເນື່ອງຈາກວ່າໄດ້ປ່ອຍຂາຍເກີນກຳໜົດຈົນໝົດຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນທີ່ມາລໍຖ້າໃນຕອນແລງ, ສ່ວນປ້ຳໂພນສະອາດຈະຂາຍນ້ຳມັນກາຊວນຫລັງ 14:00.
ແຈ້ງການ
