ຕອນເຊົ້າວັນທີ 16 ມິຖຸນາ 2022 ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ໄດ້ລາຍງານຜົນການຈັດຕັ້ງປະຕິບັດການຂຸດຄົ້ນແຮ່ທາດແບບທົດລອງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ວ່າ:
ການຈັດຕັ້ງປະຕິບັດການຂຸດຄົ້ນແຮ່ທາດແບບທົດລອງແມ່ນມີຄວາມຄືບໜ້າ ເຊິ່ງປັດຈຸບັນລັດຖະບານລາວ ໄດ້ອະນຸຍາດໃຫ້ບັນດາບໍລິສັດເຊັນສັນຍາສໍາປະທານພັດທະນາບໍ່ແຮ່ ໃນຮູບແບບທົດລອງ ຕາມນະໂຍບາຍຂອງລັດຖະບານ ມີທັງໝົດ 50 ບໍລິສັດ, ໃນນີ້ມີໂຄງການທີ່ລັດຖະບານອະນຸມັດໃຫ້ແຂວງເຊັນສັນຍາ 1 ໂຄງການ.
ໃນ 50 ບໍລິສັດ ມີໂຄງການ ແຮ່ເຫຼັກ 36 ບໍລິສັດ; ຫີນມາໂບ 2 ບໍລິສັດ;
ແຮ່ຄຳເຄົ້າ 4 ບໍລິສັດ, ແຮ່ຄຳຕົກຂ້ອນ 6 ບໍລິສັດ, ແລະ ແຮ່ຫາຍາກ 2 ບໍລິສັດ ກວມເອົາເນື້ອທີ່ທັງໝົດ 21.404 ເຮັກຕາ.
ໃນປີ 2021 ຜ່ານໄດ້ມີ 6 ບໍລິສັດທີ່ໄດ້ສະເໜີແຜນການສົ່ງອອກແຮ່ເຫຼັກ ຈຳນວນທັງໝົດ 1.850.000 ໂຕນ,
ໃນນີ້ ມີແຕ່ 2 ບໍລິສັດ ທີ່ສະເໜີສົ່ງອອກໄປຈຳໜ່າຍຢູ່ ສປ ຈີນ ຈໍານວນລວມ 60.000 ໂຕນ ໂດຍໄດ້ມອບພັນທະມອບເໝົາ
ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 61/ນຍ, ລົງວັນທີ 21 ມິຖຸນາ 2021 (30 ໂດລາສະຫະລັດ/ໂຕນ) ໃຫ້ລັດຖະບານ ຈຳນວນ 1.800.000 ໂດລາ.
ຮອດປັດຈຸບັນມີ 18 ບໍລິສັດໄດ້ສະເໜີແຜນການຈຳໜ່າຍຜະລິດຕະພັນແຮ່ເຫຼັກ ປະຈໍາປີ 2022 ລວມຈໍານວນທັງໝົດ 9.974.000 ໂຕນ,
ໃນນີ້ ມີ 9 ບໍລິສັດ ໄດ້ສະເໜີສົ່ງອອກຜະລິດຕະພັນແຮ່ເຫຼັກ ແລະ ກໍ່ໄດ້ອອກໜັງສືແຈ້ງການຈໍາໜ່າຍ ລວມຈໍານວນທັງໝົດ 515.000 ໂຕນ
ໂດຍຈະສົ່ງໄປຈໍາໜ່າຍຢູ່ ສສ ຫວຽດນາມ ແລະ ສປ ຈີນ, ໄດ້ມອບພັນທະມອບເໝົາ (30 ໂດລາ/ໂຕນ) ໃຫ້ລັດຖະບານຈຳນວນ 8.000.000 ໂດລາ,
ໄດ້ສົ່ງອອກແລ້ວ ຈຳນວນ 81.609 ໂຕນ; ລວມຈໍານວນທັງໝົດຂອງການສົ່ງອອກແຮ່ເຫຼັກ (ໃນຮູບແບບທົດລອງ) ມາຮອດວັນທີ 14 ມິຖຸນາ 2022 ແມ່ນ 133.607 ໂຕນ.
ສໍາລັບແຮ່ທາດອື່ນແມ່ນຍັງບໍ່ມີບໍລິສັດໄດ້ສະເໜີແຜນການຈໍາໜ່າຍເທື່ອ.Cr: CRI