ດ່ວນໆຈັບໄດ້ແກ້ງຄ້າຢາ ແລະ ລັກລົດ

!ເກມ ໃນເວລາປະມານ 7:00 ໂມງ ຂອງວັນທີ 11 ມິຖຸນາ 2022, ປກສ ກຸ່ມໜອງດ້ວງ ໄດ້ຮັບແຈ້ງຜ່ານທາງໂທລະສັບວ່າ: ມີເຫດການລົດຈັກເສຍຂອງນາງ ດອນລ້າ ສີຄຸນໄຊ ຢູ່ໂຮງແຮມດາວຄຳ ( ເປັນລົດຂອງນ້ອງສາວ,

ຊື່ນາງ ສຸນິສາ ພາຍຫຼັງໄດ້ຮັບແຈ້ງ ເຈົ້າໜ້າທີ່ ປກສ ກຸ່ມໜອງດ້ວງ ຈຶ່ງໄດ້ອອກຕິດຕາມ ແລ້ວໄປພົບເຫັນລົດຄັນດັ່ງກ່າວຢູ່ຫ້ອງເບີ 10 ອາຄານອາພາດເມັນແຫ່ງໜຶ່ງ ຕັ້ງຢູ່ບ້ານ ໜອງດ້ວງ, ພາຍຫຼັງ ເຫັນລົດຈັກຕາມການແຈ້ງເສຍ ຈຶ່ງຂໍຄວາມຮ່ວມມືນຳເຈົ້າຂອງອາພາດເມັ້ນ

ໄຂປະຕູຫ້ອງນອນ ຈຶ່ງພົບເຫັນທ້າວ ກົບນ້ອຍ ວິໄລສັກ ອາຍຸ 32 ປີ ອາຊີບແປພາສາ ນອນໃນຫ້ອງເບີ 10 ອາພາດເມັນ .

ຜ່ານການກວດກາຫ້ອງເບີ 10 ຂອງທ້າວ ກົບນ້ອຍ ນອນຢູ່ພົບເຫັນ ປືນສັ້ນ 2 ກະບອກ 9ມມ ແລະ ປືນຫັນລີ່, ລູກປືນ 8 ລູກ ແລະ ອີກ 1 ກັບ, ຜົງສີຂາວ 1 ຖົງນ້ອຍ, ກັບໃສ່ລູກປືນ 9 ມມ ມີ 2 ກັບ, ສົບປືນ 2 ສົບ, ໂທລະສັບ 4 ໜ່ວຍ, ເງິນ 750, 000 ກີບ,

ຈາກນັ້ນ ໃນເວລາຕໍ່ມາ ໄດ້ມີໝູ່ຂອງທ້າວ ກົບນ້ອຍ 7 ຄົນ ຂັບຂີ່ລົດເກັງມາແຕ່ຮ້ານບັນເທີງດາວຄໍາ ເຂົ້າມາໂວຍວາຍໃສ່ ກໍາລັງ ປກສ ກຸ່ມ ກຳລັງປະຕິບັດໜ້າທີ່ ດ້ວຍທັດສະນະທ່າທີແຂງກະດ້າງ, ເຈົ້າໜ້າທີ່ຈຶ່ງທຳການກວດກາຊາຍໜຸ່ມ ແລະ ຍິງສາວຈຳນວນດັ່ງກ່າວ

ແລ້ວພົບເຫັນຜົງເຄ ຈໍານວນ 2 ຖົງນ້ອຍຢູ່ນໍາ ນາງ ນ້ອຍ ທັງກວດຄົ້ນພາຍໃນລົດເກັງພົບເຫັນ ປືນສັ້ນ ຊະນິດກ໊ອກ-19 ສິດໍາ 1 ກະບອກ ມີ 2 ແມັກ ມີ 9 ລູກ, ຢູ່ໃນ ຕັບໂລ້ລົດ ຈຶ່ງໄດ້ນຳຕົວມາສອບສວນ.

ປັດຈຸບັນ ເຈົ້າໜ້າທີ່ ປກສ ກຸ່ມໜອງດ້ວງ ໄດ້ນຳຕົວຜູ້ຕ້ອງສົງໄສທັງ 8 ຄົນ ພ້ອມດ້ວຍຂອງກາງລົດຈັກ, ອາວຸດເສິກ, ແລະ ຢາເສບຕິດ ສົ່ງໃຫ້ ປກສ ເມືອງສີໂຄດຕະບອງ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

About admin

Check Also

ແຕກອີກແລ້ວ

ແຕກອີກແລ້ວ ເສດຖີຄົນໃໝ່ ຖຶກເລກ 500.000.000 ກິບ ດີໃຈນຳຜູ້ໂຊກດວງເຮັງທີ່ເປັນເສດຖີຂ້າມຄືນໃນຄັ້ງນີ້ເດີ 😍ລາງວັນຊື້1,000ກີບ👉1ໂຕທ້າຍ ໄດ້ຮັບ 5,000ກີບ👉2ໂຕທ້າຍ ໄດ້ຮັບ 60,000ກີບ👉3ໂຕທ້າຍ ໄດ້ຮັບ 500,000ກີບ👉4ໂຕທ້າຍ ໄດ້ຮັບ 5,000,000 …

Leave a Reply

Your email address will not be published. Required fields are marked *