ສາວໄທມາທ່ຽວລາວວັງວຽງ

ສາວໄທມາທ່ຽວລາວວັງວຽງໄດ້ເຊົ່າລົດໄປຫຼິ້ນແຕ່ຕອນກັບລົດຖືກລັກ ສາວໄທເຜີຍ:

ຂໍໃຫ້ຕຳຫຼວດແຖວນັ້ນຊ່ວຍແຕ່ຕຳຫຼວດຊິວແຮງບອກໝົດເວລາເຮັດການແລ້ວ ສຸດທ້າຍສາວໄທຕ້ອງຊົດໃຊ້ຄ່າເສຍຫາຍລົດທີ່ຖືກລັກໃຫ້ຮ້ານເຊົ່າ ເປັນເງິນ 24 ລ້ານກີບ

ເສຍຄວາມຮູ້ສຶກແທນເລີຍແບບນີ້ . ເຊີ່ງສາວໄທຄົນນີ້ມາທ່ຽງຊົມລາວ ເມື່ອມາຮອດສາວໄທຄົນນີ້ກໍ່ໄດ້ ໄປເຊົ່າລົດ ເຊີ່ງໄດ້ ເຮັດສັນຍາເຊົ່າລົດ. ດັ່ງຈາກນັ້ນ ເຈົ້າຂອງເຊົ່າຫລືສາວໄທໄດ້ເອົາລົດອອກ .

ແຕ່ ເມື່ອຖືກໂຈນລັກແລ້ວ ທັງສອງຝ່າຍ ລະຫວ່າງຜູ້ເຊົ່າແລະເຈົ້າຂອງລົດໄດ້ເຮັດບົດບັນທືກໄກ່ເກ່ຍ ຢູ່ທາງຫ້ອງການຕາຫຼວດຄຸ້ມຄອງການທ່ອງທ່ຽວແຂວງ ປະຈໍາເມືອງວັງວຽງ ໃນຄັ້ງວັນທີ 13 ມີຖຸນາ 2022 ເວລາ 15 ໂມງ 30 ນາທີ,

ໄດ້ເຂົ້າຮ່ວມສ້າງບົດບັນທຶກການໄກ່ເກ່ຍລົດຈັກເສຍ ລະຫວ່າງ ທ້າວ ສົມພູ ທໍາມະວົງ( ເຈົ້າຂອງລົດ) ປະຈຸບັນຢູ່ ບ້ານໂພນເພັງ ເມືອງວັງວຽງ ແຂວງວຽງຈັນ ແລະ ນາງ ຊົນນິການ ເຊື້ອຊາດ ສັນຊາດ ໄທ (ຜູ້ເຊົາລົດຈັກ) ປະຈຸບັນຢູ່ບ້ານໂພໄຊ ເມືອງຫນອງຄາຍ ແຂວງຫນອງຄາຍ.

ທັງສອງຝ່າຍໄດ້ຕົກລົງກັນດັ່ງນີ້: .

1. ນາງ ຊົນນິການ ອາຍຸ 22 ປີ ອາຊີບ ນັກສຶກສາ ເຊື້ອຊາດຊັ້ນຊາດໄທ (ຜູ້ເຊົ່າລົດຈັກ) ໄດ້ຕົກລົງຍອມ ໃຊ້ແທນລົດຈັກເປັນເງິນ 24.000.000 ກີບ (ຊາວສີ່ລ້ານກີບ) ໃຫ້ແກ່ທ້າວ ສົມພູ ທໍາມະວົງ (ເຈົ້າຂອງລົດຈັກ).

2, ທ້າວ ສົມພູ ທໍາມະວົງ (ເຈົ້າຂອງລົດຈັກ) ໄດ້ຕົກລົງຮັບເອົາການໃຊ້ແທນຄືນຂອງນາງ ຊົນນິການ ເປັນ ຈໍານວນເງິນ 24.000.000 ກີບ (ຊາວສີ່ລ້ານກີບ).

3. ຖ້າຝ່າຍໃດຝ່າຍຫນຶ່ງ ຫາກມີການພິກປິ້ນ ແມ່ນຈະຕ້ອງໄດ້ຮັບຜິດຊອບບັນຫາດັ່ງກ່າວນີ້ຕໍ່ຫນ້າກົດຫມາຍ.

ດັ່ງນັ້ນ ທາງເຈົ້າຫນ້າທີ່ຈຶ່ງໄດ້ສ້າງບົດບັນທຶກໄວ້ພ້ອມທັງອ່ານໃຫ້ຟັງຫນື່ງຄັ້ງ ທັງສອງຝ່າຍເຂົ້າໃຈດີຈະແຈ້ງ ແລ້ວຈື່ງພ້ອມກັນລົງລາຍເຊັນໄວ້ເປັນຫຼັກຖານ.

ຊົມຄລີບ

ທີ່ມາ

About admin

Check Also

ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້

👏👏👏 ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້ ຕອນຄ່ຳວັນທີ 30 ມິນາ 2023 ທີ່ໂຮງແຮມລາວພລາຊາ , ສະຫາຍ …

Leave a Reply

Your email address will not be published. Required fields are marked *