ແຈ້ງບັນຫາການຄ້າມະນຸດ ຜ່ານເບີສາຍດ່ວນ 1300 ແລະ 020 2288 1300 ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຂໍຖືເປັນກຽດແຈ້ງມາຍັງ ພໍ່ແມ່ປະຊາຊົນ,
ທະຫານ, ຕໍາຫຼວດ, ນິຕິບຸກຄົນ ແລະ ອົງການຈັດຕັ້ງສັງຄົມໃນຂອບເຂດທົ່ວປະເທດ ຊາບວ່າ :
ກົມຕໍາຫຼວດສະກັດກັ້ນແລະ ຕ້ານການຄ້າມະນຸດ ໄດ້ມີເບີສາຍດ່ວນ 1300 ແລະ ເບີ 020 22 88 1300 ເຊິ່ງຕັ້ງເປັນເບີວອດແອັບ ເພື່ອຮັບໃຊ້ ສັງຄົມໃນການໂທເຂົ້າມາແຈ້ງຄວາມ ແລະ ປຶກສາບັນຫາກ່ຽວກັບວຽກງານຕ້ານການຄ້າມະນຸດ, ສະນັ້ນ ຈື່ງແຈ້ງ ເພື່ອໃຫ້ສັງຄົມຮັບຮູ້ທົ່ວເຖິງ,
ໃນກໍລະນີ ມີເຫດການຕ່າງໆ ກ່ຽວກັບບັນຫາອາດຊະຍາກໍາ ທີ່ຕິດພັນກັບບັນຫາ ການຄ້າມະນຸດ ສາມາດໂທເຂົ້າ ຫຼື ສົ່ງຂໍ້ຄວາມຕ່າງໆມາທາງເບີສາຍດ່ວນວອບແອບໄດ້ທຸກເວລາ.ທີ່ມາ: ໂທລະພາບປ້ອງກັນຄວາມສະຫງົບ
