ຈັບເຈົ້າຂອງຮ້ານພຸດທະວົງ ປັ່ນລາຄາເງິນ ວັນທີ 17 ມິຖູນາ 2022, ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ໄດ້ນຳຕົວ ທ້າວ ພຸດທະວົງ ອາຍຸ 25 ປີ ຢູ່ບ້ານນາທອງ ເມືອງໂພນໂຮງ ແຂວງວຽງຈັນ
ຜູ້ເປີດບໍລິການແລກປ່ຽນເງິນຕາຕ່າງປະເທດອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດ ມາສຶກສາອົບຮົມກ່າວເຕື່ອນ, ກະທຳຜິດໃນຄັ້ງຕໍ່ໄປຈະຖືກດຳເນີນຄະດີຕາມກົດໝາຍໃນຂັ້ນຕອນຕໍ່ໄປ. ເຈົ້າໜ້າທີ່ໃຫ້ຮູ້ວ່າ:
ທ້າວ ພຸດທະວົງ ສີສຸວັນ ມີເຈດຕະນາລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ດໍາເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງສະແດງອອກດັ່ງນີ້: ຜູ້ກ່ຽວບໍ່ມີ ໃບອະນຸຍາດດໍາເນີນທຸລະກິດກ່ຽວ ກັບການແລກປ່ຽນເງິນຕາຕ່າງປະເທດ ແລ້ວໄດ້ມີການ
ເຄື່ອນໄຫວ ໂຄສະນາແລກປ່ຽນເງິນຕາ ຜ່ານຊື່ສັງຄົມອອນລາຍ (ເຟສບຸກ) ໂດຍບໍ່ໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ, ຜູ້ກ່ຽວໄດ້ໂພດຂໍ້ ຄວາມລົງໃນກຸ່ມເຟສບຸກ ໃນຊື່ກຸ່ມ ແລກປ່ຽນເງິນຕາ (ໂອນ-ແລກ-ຕິດຕາມອັດຕາແລກປ່ຽນ).
ຜ່ານການສືບສວນ-ສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ໄດ້ມີການເຄື່ອນໄຫວບັນຊີເງິນຝາກຂອງຜູ້ກ່ຽວໃນໄລຍະເດືອນພຶດສະພາ 2022 ມີລາຍລະອຽດຄື:
ຍອດທຸລະກໍາໃນບັນຊີ ຂອງຜູ້ກ່ຽວໃນ 1 ວັນ ມີເງິນກີບເຂົ້າບັນຊີ 270.923.000 ກີບ, ໂອນອອກຈາກບັນຊີ ຈໍານວນ 254.381.000 ກີບ, ມີເງິນບາດເຂົ້້າບັນຊີ 121.950 ບາດ, ໂອນອອກຈາກບັນຊີ 100.011 ບາດ, ມີເງິນໂດລາເຂົ້າບັນຊີ 12.200 ໂດລາ, ໂອນເງິນໂດລາອອກ 15.000 ໂດລາ.
ຍອດທຸລະກໍາໃນບັນຊີ ຂອງຜູ້ກ່ຽວໃນ 1 ອາທິດ ມີເງິນກີບເຂົ້າບັນຊີ 755.506,000 ກີບ, ໂອນອອກຈາກບັນຊີ ຈໍານວນ740.050.500 ກີບ ມີເງິນບາດເຂົ້າບັນຊີ 443.650 ບາດ, ໂອນອອກ 425.054 ບາດ, ມີເງິນໂດລາເຂົ້າບັນຊີ 20.943 ໂດລາ, ໂອນອອກ 20.905,
ຍອດທຸລະກໍາໃນບັນຊີ ຂອງຜູ້ກ່ຽວໃນ 1 ເດືອນ ມີເງິນກີບເຂົ້າບັນຊີ 957.625.800 ກີບ, ໂອນອອກຈາກບັນຊີ ຈໍານວນ 957.846,000 ກີບ, ໂດລາ,
ມີເງິນບາດໂອນເຂົ້າບັນຊີ 872.870 ບາດ, ໂອນອອກ 850.856 ບາດ, ເງິນໂດລາເຂົ້າບັນຊີ 31.043 ໂດລາ, ໂອນເງິນອອກ 31.116 ໂດລາ.
ເຈົ້າໜ້າທີ່ກ່າວອີກວ່າ: ການກຳດັ່ງກ່າວຂອງທ້າວ ພຸດທະວົງ ຜິດຕໍ່ປະມວນກົດໝາຍອາ ມາດຕາ 285 ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະ
ມາດຕາ 297 ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ໂດຍກົດໝາຍໄດ້ກຳນົດໄວ້ວ່າ ບຸກຄົນໃດຫາກໄດ້ດຳເນີນທຸລະກິດໂດຍບໍ່ໄດ້ຂຶ້ນທະບຽນ
ວິສາຫະກິດ ຫຼື ເຄື່ອນໄຫວທຸລະກິດໂດຍບໍ່ຖືກກັບວັດຖຸປະສົງຂອງວິສາຫະກິດຕົນ ຈະຖືກລົງໂທດຕັດອະສະລະພາບແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 5 ລ້ານ ຫາ 10 ລ້ານກີບ.
ຂໍ້ມູນ: ໜັງສຶືພິມຄວາມສະຫງົບ.


