ສະມາຊິກສະພາແຫ່ງຊາດ

ສຶກສາທິການ ແລະ ກິລາ ວ່າ ໂດຍລວມແລ້ວ ຈະເຫັນດີຊົມເຊີຍ ແລະ ສະໜັບສະໜູນຕໍ່ບົດລາຍງານຂອງປະທານຄະນະກຳມະການ ທີ່ໄດ້ວ່າໄປແລ້ວ

ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 18 ແຂວງໄຊຍະບູລີ ມີຄຳເຫັນຕໍ່ວຽກງານກະຊວງ

ທັງບົດລາຍງານຂອງກະຊວງ ລວມທັງຄຳຖາມເຈາະຈິ້ມຂອງທ່ານປະທານ ທັງ 3 ຂໍ້ ເຫັນວ່າແທດເໝາະຄວາມເປັນຈິງ ໂດຍພື້ນຖານແລ້ວຈະມີຄຳຄິດເຫັນ ຢູ່ 5 ຂໍ້ ຄືດັ່ງນີ້:

1. ບັນຫາຄູເຫຼືອບໍ່ພໍ ມັນເປັນບັນຫາທີ່ຊຳເຮື້ອມາແລ້ວ 30 ປີ ແລະ ຈະແກ້ໄຂດ້ວຍວິທີໃດ ເຮົາແກ້ບໍ່ຕົກຕະຫຼອດ ຕໍ່ກັບບັນຫານີ້ຂ້າພະເຈົ້າຄິດວ່າ ວິທີທາງອອກຄືເພີ່ມເງິນເດືອນໃຫ້ກັບຄູ

ແຕ່ກ່ອນຈະມາເປັນຄູຕ້ອງເອົາຄົນເກັ່ງແທ້ໆມາເປັນຄູ ຢ່າເອົານັກຮຽນທີ່ໄປເສັງຢູ່ໃສກໍເຂົ້າບໍ່ໄດ້ແລ້ວເອົາມາເປັນຄູ. ຂໍໃຫ້ມີທາງອອກບໍ່ໃຫ້ເອົາລູກເອົາຫຼານໄປຕາມຄ່ານິຍົມຂອງສັງຄົມ.

2. ບັນຫາຄູອາສາສະໝັກເຫັນດີນໍາບົດລາຍງານ ແລະ ເຄົາລົບຕໍ່ຄໍາຄິດເຫັນຂອງສະມາຊິກສະພາ ແຕ່ຈະຂໍລົງເລິກແຂວງໄຊສົມບູນບ່ອນດຽວ ຢາກໃຫ້ລັດຖະມົນຕີພິຈາລະນາໂດຍພິເສດສຳລັບແຂວງໄຊສົມບູນ.

3. ບັນຫາເດັກນ້ອຍເຂົ້າຮຽນ ປ.1 ອາຍຸ 6 ປີປາຍ ຢູ່ຫ່າງໄກສອກຫຼີກບວກກັບອາຫານການກິນບໍ່ພຽງພໍ ຕົວເຕ້ຍຕົວນ້ອຍ ພໍ່ແມ່ຕ້ອງໄປປຸກຕູບໃຫ້ນອນຢູ່ໃກ້ໂຮງຮຽນ ເຊິ່ງພໍ່ແມ່ກໍເປັນຫ່ວງ.

ບໍ່ຢາກໃຫ້ເອົາມາດຕະຖານ 6 ປີຕ້ອງຢູ່ ປ.1 ຢາກໃຫ້ເກັ່ງແທ້ໆຈຶ່ງເລື່ອນຊັ້ນໃຫ້ ຕ້ອງເບິ່ງສະພາບຄວາມເປັນຈິງຂອງທ້ອງຖິ່ນບວກກັບຍຸກສະໄໝໃຫ້ມັນເຂົ້າກັນ.

ຄລິບ

About admin

Check Also

ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້

👏👏👏 ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້ ຕອນຄ່ຳວັນທີ 30 ມິນາ 2023 ທີ່ໂຮງແຮມລາວພລາຊາ , ສະຫາຍ …

Leave a Reply

Your email address will not be published. Required fields are marked *