😭. ນ້ໍາຕາຂອງ ຄູອາສາ 10 ປີເຕັມ 😭😭.
ບໍ່ຢາກຮ້ອງໃຫ້ ແຕ່ນ້ໍາຕາມັນໄຫຼອອກມາ 🙏 ສະບາຍດີ ທຸກທ່ານທີ່ເຄົາລົບ ແລະຮັກແພງ.
ນີ້ແມ່ນຄູອາສາ ຊື່ເນັ່ງທ່າວ ເພຍຫລວງທີ່ເປັນຄູອາສາມາໄດ້10ປີເຕັມໆ. ບໍ່ມີວິແວວວ່າຈະໄດ້ ລັດຖະກອນ
🙏 ລູກສິດຂອງ ຄູເນັ່ງທ່າວ ຫລາຍລູ້ນໄດ້ຮຽນຈົບ ມີວຽກເຮັດ ງານທໍາ ມີເງີນເດືອນ.ຊີວິດຂອງອາຈານຍັງຄືເກົ່າ
🙏 ຄູເນັ່ງທ່າວ ເພຍຫລວງ ມີລູກນ້ອຍ5ຄົນ ຊີວິດແລະຄອບຄົວຂື້ນກັບ ຄອບຄົວນັກຮຽນທີ່ເກັບເຂົ້າສານໃຫ້ຄູອາສາຄົນນີ້ ປີນື່ງໄດ້ 200 ກິໂລ ກີນກູ້ມ 4ເດືອນ 😭😭
😭 ອາຫານແຊບໆ ລູກເມັຍຄູເນັ່ງ ບໍ່ເຄີຍໄດ້ກີນ ເຄື່ອງນູ່ງໃໝ່ໆ ລູກຄູເນັ່ງ ບໍ່ເຄີຍໄດ້ນູ່ງ ລູກເພີ່ນ 3 ຄົນຮົ່ມຜ້າຮົ່ມຜືນດຽວ ມູ້ງດາງເກົ່າໆ .
ຄວາມຫວັງຂອງຄູອາສາໄດ້ແຕ່ ພາວະນາ ຍໍມືນົບ 🙏 ສາທຸ ຂໍໃຫ້ໄດ້ລັດຖະກອນ ມີເງີນເດືອນກີນ ຈະໄດ້ເຮັດໃຫ້ຊີວິດຄອບຄົວດີຂື້ນ 😭😭😭 ຄວາມອົດທົນບໍ່ມີຂາຍ ໃຊ້ມັນຫລາຍມັນກໍ່ຫມົດ.
ໃນເມື່ອອົດເບີ່ງຊີວິດ ແລະສະພາບຄອບຄົວບໍ່ໄດ້ ຈື່ງຕັດສີນໃຈ ຖີ້ມອາຊີບທີ່ແສນຮັກ ແລະອຸທິຕົນເພື່ອຊາດ ຍ່າງອອກຈາກຊີວິດຄູ 😭
ໃນວັນທີ່17 ເດືອນ6 ປີ2022 ງານອໍາລາພາຈາກກໍ່ຈັດເປັນກຽດໃຫ້ ພ້ອມກັບເງີນ500.000ກີບ ຕົກເປັນປີນື່ງ 50 000ກີບ😭
ອຈ ເນັ່ງທ່າວ ເພຍຫລວງ ບໍ່ຢາກຈາກອາຊີບນີ້ໄປ ຄວາມຮັກ ຄວາມຜູກພັນ ອາຈານ ນັກຮຽນ ໂຮງຮຽນ ບໍ່ຢາກຮ້ອງໃຫ້ ແຕ່ນ້ໍາຕາມັນໄຫຼອອກມາ ( ເສົ້າເດ😭😭😭) ✒️
ຄົນລາວບໍ່ເຄີຍຖີ້ມກັນ ເຖີງແດດຈະຮ້ອນ ແລະອົບເອົ້າ ແຕ່ມັນບໍ່ສາມາດເຜົາໃໝ້ນ້ໍາໃຈ ຂອງຄົນລາວເຮົາໄດ້
🙏 ພີ່ນ້ອງເອີຍ ຂໍແດ່ ຂໍນ້ໍາໃຈຈາກພີ່ນ້ອງຊາວລາວທົວທຸກຫົນທຸກແຫ່ງ ຊອ່ຍຄູອາສາຄົນນີ້ແດ່
ຜູ້ລະເລັກ ລະໜ້ອຍ ເພື່ອເປັນກໍາລັງໃຈໃຫ້ຄູເນັ່ງທ່າວ ແລະຄອບຄົວ 🙏 ຕອນນີ້ ເພີ່ນລໍາບາກຫລາຍ ຜ້າຮົ່ມຊິໃຫ້ລູກຮົ່ມກະບໍ່ມີພໍ ເຄື່ອງນູ່ງລູກກະຂາດເຂີນ ເຂົ້າກີນກະຫມົດ 🙏
ສາທຸ ພວກເຮົາທີມອາສາ ຜູ້ມີຄວາມຫວັງ ແບ່ງປັນນ້ໍາໃຈ ຂໍເປັນສະພານບູນໃຫ້ເພີ່ນ✒️
ທ່ານໃດທີ່ຕ້ອງການ ບໍລິຈາກ ເຮົາມີເລກບັນຊີຢູ່ຂ້າງລູ້ມນີ້📞.
ເບີໂທເພີ່ນ 20 5678 1119ຖ້າຜູ້ໃດຊອ່ຍໄດ້ ກະຊອ່ຍແດ່ ໃຜຊອ່ຍບໍ່ໄດ້ ກະຂໍຊອ່ຍແຊໃຫແດ່ ໃຫ້ຮອດ ໃຫ້ເຖີງຜູ້ໃຫຍ່ໃຈບູນເພີ່ນເຫັນ🙏
ຄວາມສຸກ ຊົດຊື່ນ ສົມຫວັງ ຈົ່ງມີແກ່ທຸກໆ ທ່ານ ເຖີດຝາກຕິດຕາມແພດເຮົາແດ່ຜູ້ມີຄວາມຫວັງ ແບ່ງປັນນ້ໍາໃຈ 🙏🙏🙏




ຂໍ ຂອບໃຈ 🙏🙏🙏