ທໍລະມານໃຈແມ່! ເຕືອນອຸທາຫອນລູກນ້ອຍກິນສາຫຼ່າຍແລ້ວອາການເປັນແບບນີ້
ຈາກເຟສບຸກທ່ານໜຶ່ງໄດ້ໂພສວ່າ: ຝາກເຕືອນແມ່ໆ ຜ່ານມາເຄີຍໃຫ້ລູກກິນສາຫຼ່າຍເຖົ້າແກ່ນ້ອຍ ປົກກະຕິກິນໄດ້ ແລະ ລູກກໍມັກ.
ພໍໃຫ້ລູກກິນແບບນີ້ປະມານຕອນແລງ ຮອດກາງຄືນມາລູກຫຼັບດີໆຢູ່ກະຮາກ ແລະ ຮາກຕິດຕໍ່ກັນຫຼາຍຄັ້ງບໍ່ເຊົາ ຮາກຈົນບໍ່ເຫຼືອຫຍັງ ອອກແຕ່ນຳບີ..
ແມ່ພາໄປກວດ ໝໍໃຫ້ຢາ ແລະ ຕອນເຊົ້າກະບໍ່ດີຂຶ້ນ ກິນນ້ຳກືນດຽວກະຮາກ ກິນເຂົ້າຄຳດຽວກະຮາກ ແຕ່ລູກຫິວ ກິນເຂົ້າໄປຄືຮາກຢ່າງດຽວ ທໍລະມານເດ ຕອນນີ້ອາການຍັງບໍ່ດີຂຶ້ນເລີຍ.. ຖ້າຈະໃຫ້ລູກກິນກະກິນໜ້ອຍກ່ອນເດີ ຢ້ານທາດຄົນບໍ່ຄືກັນ

…

ເພາະສາຫຼ່າຍກະມີປະໂຫຍດ ບໍ່ຮູ້ວ່າເປັນນຳຍີ່ຫໍ້ຫຼືບໍ ແຕ່ພົບວ່າເຄີຍມີຄົນມີອາການແບບນີ້ຄືກັນ.. ມີສະຕິເດີ ລູກເປັນມາລະຍາກ.
ທີ່ມາ
