ສປປ ລາວ ສົ່ງອອກໄຟຟ້າເພີ່ມຂຶ້ນ ລວມກຳລັງການຕິດຕັ້ງ 6.437 ເມກາວັດໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3
ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກເຊົ້າຂອງວັນທີ 20 ມິຖຸນາ 2022,
ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາຂົງເຂດເສດຖະກິດ ໄດ້ລາຍງານຜົນການສົ່ງອອກໄຟຟ້າຂອງສປປລາວໄປຂາຍຕ່າງປະເທດໃຫ້ຮູ້ວ່າ:
ສປປ ລາວ ໄດ້ສົ່ງອອກໄຟຟ້າໄປປະເທດໃກ້ຄຽງ ມີຈໍານວນກໍາລັງການຕິດຕັ້ງທັງໝົດ 6.437 ເມກາວັດ ແລະ ນັບແຕ່ເດືອນສິງຫາ 2021 ເປັນຕົ້ນມາ ການສົ່ງອອກໄຟຟ້າ ເພີ່ມຂຶ້ນ 150 ເມກາວັດ.
ໃນນີ້ ສົ່ງໄປໄທ 5.415 ເມກາວັດ,
ສສ ຫວຽດນາມ 572 ເມກາວັດ, ກໍາປູເຈຍ 445 ເມກາວັດ ແລະ ມຽນມາ 5 ເມກາວັດ ແລະ ໃນກາງປີ 2022 ການສົ່ງອອກໄຟຟ້າໄປໄທ ຈະເພີ່ມອີກ 1 ໂຄງການ ມີກໍາລັງຕິດຕັ້ງ 514 ເມກາວັດ,
ຈະສົ່ງໄປສິງກະໂປອີກ 100 ເມກາວັດ ໂດຍຜ່ານສາຍສົ່ງໄທ ແລະ ມາເລເຊຍ. ທ່ານຮອງນາຍົກກ່າວຕື່ມວ່າ:
ນອກນັ້ນ, ສປປ ລາວ ຍັງຈະສົ່ງໄຟຟ້າໄປມຽນມາ ອີກ 30-35 ເມກາວັດ ແລະ ຈະສົ່ງໄປ ສປ ຈີນ ໃນຮູບແບບການແລກປ່ຽນພະລັງງານ ຜ່ານລະບົບສາຍສົ່ງ 115 ກິໂລໂວນ.
ພິເສດ ສາມາດເຈລະຈາເພີ່ມການສະໜອງໄຟຟ້າໄປໄທ ຈາກ 9.000 ເປັນ 10.500 ເມກາວັດ ເພື່ອຮອງຮັບການສົ່ງອອກ ພະລັງງານໄຟຟ້າຂອງໂຄງການຂະໜາດໃຫຍ່.
(ອ້າງອີງເນື້ອໃນຂ່າວ: ຂປລ)