ແກ້ໄຂລາຍໃຫຍ່ ຢຶດຂອງກາງໄດ້ 66.000 ເມັດ
ໃນວັນທີ 15 ມິຖຸນາ 2022, ເວລາ 22:00 ໂມງ ປກສ ເມືອງຫາດຊາຍຟອງ
ນວ ແກ້ໄຂກຸ່ມຄ້າຂາຍຢາເສຍຕິດ ຢູ່ຮ້ານອາຫານແຫ່ງໜຶ່ງ ຢູ່ເຂດບ້ານນາໄຫ ສາມາດກັກຜູ້ຖືກສົງໄສ 3 ຄົນຄື: ທ້າວ ເກດມະນີ ອາຍຸ 28 ປີ,
ຢູ່ບ້ານສີຖານໃຕ້, ທ້າວ ອາເລັກ ອາຍຸ 22 ປີ ແລະ ທ້າວ ເກມ ອາຍຸ 21 ປີ ຢູ່ບ້ານປາກເປັ່ງ ເມືອງຫາດຊາຍຟອງ ພ້ອຂອງກາງຢາບ້າ 6.000 ເມັດ.
ນອກຈາກນີ້, ເວລາ 9:45 ໂມງ ຂອງວັນທີ 17 ມິຖຸນາ 2022, ໄດ້ສືບຕໍ່ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດຢູ່ ບ້ານດົງໂພນເລົາ
ສາມາດຈັບຕົວຜູ້ຖືກສົງໃສໄດ້ 2 ຄົນຄື: ທ້າວ ສັນຕິ ອາຍຸ 25 ປີ, ແລະ ທ້າວ ດາວັນ ອາຍຸ 21 ປີ,
ພັກເຊົາຢູ່ ບ້ານສະຫວ່າງ ເມືອງຫາດຊາຍຟອງ ພ້ອມຢາບ້າ 60.000 ເມັດ.
…
…
..
…

..

..
