ທ່ານເຄີຍເຫັນໝູ່ເພື່ອນທາງເຟສຈົ່ມແບບນີ້ ສະແດງວ່າຫົວອົກດຽງກັນ ແຕ່ກໍເປັນພຽງບາງກຸ່ມທີ່ບໍ່ເຂົ້າໃຈເລິກເຊິ່ງກັບກົດເກນທີ່ແທ້ຈິງຂອງມັນ.
ຕາມທຳມະດາແລ້ວ ຫາກເປັນເຄື່ອງ ຫຼື ສິນຄ້ານຳເຂົ້າ ທີ່ອາໄສການແລກປ່ຽນເງິນຕາເພື່ອຊື້ຂາຍ ແມ່ນມັກມີການເໜັງຕີງຕາມອັດຕາແລກປ່ຽນ ໝາຍຄວາມວ່າ ຊື້ເງິນຕາຕ່າງປະເທດແພງ ກໍຂາຍສິນຄ້າແພງ ຖ້າຂາຍເງິນຕາຕ່າງປະເທດຖືກ ກໍຂາຍຖືກ.
ແຕ່ບັນຫາໜຶ່ງທີ່ພົບເຫັນຄື ເວລາຂຶ້ນໆໄວ ແຕ່ເມື່ອອັດຕາແລກປ່ຽນລົງສິນຄ້າຈະຄ່ອຍໆລົງ ກົງກັນຂ້າມກັບຕອນຂຶ້ນ ຫຼື ບໍ່ລົງເລີຍກໍມີ.ສາເຫດມາຈາກ
1. ຜູ້ຄ້າຂາຍຕ້ອງລໍຈັງຫວະ ຄວາມສະໝໍ່າສະເໝີ ຂອງອັດຕາແລກປ່ຽນ ປ້ອງກັນການດຸ່ນດ່ຽງ.
2.ເຄລຍສະຕັອກເກົ່າອອກ ໂຕທີ່ຊື້ມາດ້ວຍອັດຕາແລກປ່ຽນສູງ
3.ສວາຍໂອກາດຂຶ້ນລາຄາ
ແລ້ວທ່ານເດ ຄິດວ່າມີເຫດຜົນອື່ນບໍ່?