ນາງພະຍາບານ ເສຍຊີວິດ ພາຍຫຼັງທີ່ສັກຢາວັກຊີນຕ້ານໂຄວິດ

ແຫຼ່ງຂ່າວຈາກ RT ວັນທີ 5 ມັງກອນນີ້ໃຫ້ຮູ້ວ່າ ນາງພະຍາບານ Sonia Azevedo, ອາຍູ 41 ປີເປັນຜູ້ຊ່ວຍ ຜ່າຕັດໃນໂຮງໝໍ Instituto Português de Oncologia (IPO) ຊຶ່ງເປັນໂຮງໝໍປົວມະເຮັງໂດຍສະເພາະ. ນາງ Sonia ແມ່ນໜຶ່ງໃນຈຳນວນ 538 ຄົນທີ່ເຮັດວຽກຢູ່ໃນ IPO ໄດ້ຮັບສັກວັກຊີນ ຈາກ

ບໍລິສັດPfizer/BioNTech ໃນວັນພຸດຂອງອາທິດທີ່ຜ່ານມາ.ໃນຄໍ່າຄືນຕ້ອນຮັບປີໃໝ່ເຂົາຍັງກິນເຂົ້າຮ່ວມກັບຄອບຄົວ ແຕ່ປາກົດວ່າຮຸ່ງເຊົ້າມື້ຕໍ່ມາ ເຂົາໄດ້ເສຍຊີວິດຢູ່ບົນຕຽງນອນຂອງເຂົາ. ພໍ່ຂອງ ເຂົາກ່າວວ່າ: ຂ້ອຍຢາກຮູ້ສາເຫດການຕາຍຂອງລຸກສາວ. ເຂົາເວົ້າວ່າ Sonia ເປັນຄົນດີ ແລະ ມັກມ່ວນ, ບໍ່ດື່ນເຫຼົ້າ, ເບຍ ຫຼື ຮັບປະທານ

ອັນໃດເປັນພິເສດ ນອກຈາກເຍື່ອງອາຫານທີ່ເຄີຍກິນເປັນປະຈຳ.Sonia ມີຄວາມພູມໃຈທີ່ໄດ້ເປັນໜຶ່ງໃນຈຳນວນທີ່ໄດ້ຮັບການສັກວັກຊີນກ່ອນໝູ່. ເຂົາໄດ້ຖ່າຍຮູບສັກວັກຊີນລົງໃນ ເຟສບຸກສ່ວນຕົວ ແລະ ຂຽນອະທິບາຍວ່າ “ສັກວັກຊີນຕ້ານໂຄວິດ-19”.ວັກຊີນຕ້ານໄວຣັດໂຄໂຣນ່າ ໂດຍບໍລິສັດ Pfizer/BioNTech ຜະລິກຂຶ້ນມາແມ່ນຊະນິດ

ໜຶ່ງດຽວທີ່ໄດ້ຮັບການຮັບຮອງຈາກອົງການອະນາໄມໂລກ ເພື່ອນຳໃຊ້ເຂົ້າໃນກໍລະນີສຸກເສີນ.ຂະນະນີ້ IPO ໄດ້ອອກແຈ້ງການ ຢືນຢັນການເສຍຊີວິດຂອງ Sonia ແລ້ວ ແລະ ໃຫ້ຮູ້ວ່າ ຈະແຈ້ງສາເຫດການເສຍຊີວິດຂອງເຂົາຕາມຄວາມເປັນຈິງ.