ລ່າສຸດ..!! ມິດສາຊີບ ມາກິນບຸບເຟ້ຢູ່ແຖວດົງໂດກ ມີລາງວັນນຳຈັບ 20,000,000 ກີບ

ເຕືອນໄພ : ຊາຍໃນຮູບນີ້ ແມ່ນມິດສາຊີບ ຮ້ານຄຳມາໄລ ມີລາງວັນນຳຈັບໃຫ້ 20.000.000ກີບ ເວລາ 20:45 ທີ່22/06/2022 ຜູ້ກ່ຽວ ໄດ້ມາກິນດາດ ຮ້ານ ມີຢູ ບຸບເຟ້ ດົງໂດກ ແລ້ວມີຜູ້ຫວັງດີຖ່າຍຮູບສົ່ງໃຫ້ຮ້ານຄຳເບິ່ງແລ້ວຕິດຕໍ່ມາຫາຮ້ານເຮົາເພື່ອເກັບຫລັກຖານຮູບ ແລະ ວິດີໂອໄວ້! ສ່ວນຮູບແລະວິດີໂອທາງຮ້ານເຮົາຂໍປິດໄວ້ກ່ອນເນາະ !ໄວ້ເບິ່ງນຳເພຈເຈົ້າຫນ້າທີ່ເອົາ ຜູ້ກ່ຽວໂຊກດີຫລາຍ ນັ່ງຫນ້າກ້ອງເລີຍ

ລາງວັນນຳຈັບ: 20.000.000ກີບ (ຊາວລ້ານກີບ) ແຈ້ງການຈາກທາງ ຮ້ານຄຳມາໄລ ເລື່ອງ: ຂໍເຕືອນໄພພໍ່ແມ່ພີ່ນ້ອງກ່ຽວກັບການຮັບເງິນໂອນ ແລະເລົ່າລາຍລະອຽດເຫດການມິດສາຊີບ ໃຊ້ກົນລວງວ່າໂອນເງິນເຂົ້າບັນຊີໃນແອັບທະນາຄານແລ້ວເອົາຄຳຂອງຮ້ານໄປ ທັງນີ້ເພື່ອເປັນປະໂຍດສູງສຸດແລະກໍລະນີສຶກສາໃຫ້ກັບທຸກຄົນໃນສັງຄົມ

ພາບລວມເຫດການ:

1. ຄົນຮ້າຍເຂົ້າມາທຳທ່າຊື້ຄຳ

2. ຄົນຮ້າຍໂອນເງິນເຂົ້າບັນຊີຮ້ານທ.

3. ຮ້ານກວດແອັບທະນາຄານວ່າໄດ້ຮັບຍອດແລ້ວຈື່ງມອບຄຳໃຫ້ໄປ

4. ເງິນຖືກຕັດອອກຈາກບັນຊີຮ້ານໄປເອງ ໂດຍບໍ່ຮູ້ເມື່ອເຫດການຢ່າງລະອຽດ: ວັນພຸດ ທີ15 ເດືອນ6 ເວລາ11:45 ທີ່ຜ່ານມາ ໄດ້ມີມິດສາຊີບ ເປັນຜູ້ຊາຍຮ່າງສູງ ສັນຊາດໄທ (ພາຍຫຼັງຮູ້ຊື່ແທ້ວ່າ: นายธารา เจริญนาคา ອາຍຸ: 62ປີ) ມາຫຼອກຊື້ສາຍຄໍ10ບາດ ຈຳນວນ2ເສັ້ນ ລວມນຳ້ໜັກ20ບາດ ເປັນມູນຄ່າຫຼາຍກວ່າ6ແສນບາດ ໂດຍໃຊ້ກົນລວງວ່າຈະຊຳລະດ້ວຍການ “ໂອນເງິນ” ເຂົ້າບັນຊີທະນາຄານຂອງຮ້ານ ຫຼັງຈາກຜູ້ກ່ຽວແຈ້ງວ່າໂອນແລ້ວ

ທາງຮ້ານກໍ່ໄດ້ກວດສອບຜ່ານແອັບທະນາຄານແລະ ເຫັນວ່າໄດ້ຮັບຍອດເງິນດັງກ່າວຕາມທີ່ຕົກລົງໄວ້ (ມີແຈ້ງເຕືອນໃນແອັບວ່າຍອດເງິນເຂົ້າ ແລະຍອດດັງກ່າວກໍ່ໄດ້ບວກລວມເຂົ້າໃນຍອດຄົງເຫຼືອປັດຈຸບັນຮຽບຮ້ອຍ) ທາງຮ້ານເຫັນດັງນັ້ນຈຶ່ງໄດ້ສົ່ງມອບສິນຄ້າໃຫ້ກັບຜູ້ກ່ຽວ ພາຍຫຼັງ ທາງຮ້ານມາພົບວ່າ ຍອດເງິນດັງກ່າວໄດ້ອອກຈາກບັນຊີຂອງທາງຮ້ານໄປເອງ ທັງໆທີ່ທາງຮ້ານບໍ່ໄດ້ມີການໂອນອອກ

ຈຶ່ງໄດ້ກວດສອບໄປທາງທະນາຄານແລະໄດ້ຂໍ້ມູນວ່າ ຍອດເງິນທີ່ຊາຍຜູ້ນີ້ອ້າງວ່າໂອນເຂົ້າມານັ້ນ ແມ່ນມາຈາກການທີ່ມີຊາຍອີກຄົນນຳແຊັກມາຝາກເຂົ້າບັນຊີຂອງທາງຮ້ານທີ່ທະນາຄານ ເຮັດໃຫ້ຍອດເງິນນັ້ນບວກລວມເຂົ້າໃນບັນຊີແລະສະແດງຂຶ້ນໃນແອັບທະນະຄານທັນທີວ່າເງິນເຂົ້າ ແຕ່ພາຍຫຼັງເນື່ອງຈາກບັນຊີຕົ້ນທາງຂອງແຊັກບໍ່ມີເງິນພຽງພໍ ເຮັດໃຫ້ຍອດເງິນທີ່ເຂົ້າມາແລ້ວຕອນຕົ້ນໃນບັນຊີຂອງທາງຮ້ານ ຖືກລົບອອກໄປຄືນ (ພ້ອມທັງຫັກເງິນຄ່າທຳນຽມຈາກບັນຊີຂອງທາງຮ້ານອີກຈຳນວນ600ປາຍບາດ)

ສິ່ງທີ່ຫຼາຍຄົນອາດເຂົ້າໃຈຜິດ: ທາງຮ້ານບໍ່ໄດ້ມີການ “ຮັບແຊັກ” ຈາກຜູ້ຮ້າຍ ແຕ່ຄວາມຈິງແມ່ນຜູ້ຮ້າຍໄດ້ຕັວະວ່າຈະໂອນເງິນຈ່າຍ ເຊິ່ງທາງຮ້ານກໍ່ໄດ້ກວດສອບວ່າໄດ້ຮັບຍອດເງິນແລ້ວຮຽບຮ້ອຍຜ່ານແອັບທະນາຄານຈັ່ງມອບຄຳໃຫ້ໄປ ແຕ່ພາຍຫຼັງຍອດເງິນດັງກ່າວຖືກດຶງຫາຍອອກໄປຈາກບັນຊີໂດຍທາງຮ້ານບໍ່ຮູ້ເມື່ອມິດສາຊີບກຸ່ມນີ້ກຳລັງລະບາດໄປຫຼາຍແຂວງ: ຫຼັງຈາກຂ່າວນີ້ຖືກແຊອອກໄປໃນສື່ໂຊຊ້ຽວ ທາງຮ້ານກໍ່ໄດ້ຮັບແຈ້ງວ່າ ມີກໍລະນີທີ່ຄືກັນເກີດຂຶ້ນໃນ ວັນທີ8 ເດືອນ6 ທີ່ນະຄອນຫຼວງວຽງຈັນ ແລະໄດ້ຮັບການຢືນຢັນວ່າເປັນກຸ່ມມິດສາຊີບກຸ່ມດຽວກັນນີ້ທີ່ກໍ່ເຫດ ຈາກຮູບການດັງກ່າວ ມີຄວາມເປັນໄປໄດ້ທີ່ກຸ່ມຄົນຮ້າຍກຳລັງວາງແຜນຕະເວນໄປຫຼອກຕົ້ມຕຸ໋ນຄົນບ້ານເຮົາ ໃນເມືອງແລະແຂວງອື່ນໆ ຕໍ່ໆໄປ .

ຫາກທ່ານໃດສາມາດໃຫ້ເບາະແສທີ່ເຮັດໃຫ້ສາມາດຈັບຜູ້ຮ້າຍໄດ້ ທາງຮ້ານຈະຂໍສະແດງຄວາມຂອບໃຈມອບລາງວັນເປັນເງິນຈຳນວນ: 20.000.000ກີບ (ຊາວລ້ານກີບ) ສຸດທ້າຍນີ້ ຮ້ານຄຳມາໄລແລະທີມງານທຸກຄົນ ຂໍຂອບໃຈສື່ມວນຊົນທັງຝັ່ງລາວແລະໄທ ເພຈໃນໂຊຊ້ຽວຕ່າງໆ ແລະພໍ່ແມ່ພີ່ນ້ອງທຸກໆຄົນ ທີ່ຊ່ວຍເຫຼືອກະຈ່າຍຂ່າວນີ້ອອກໄປ ອັນເປັນປະສົບການຄວາມຮູ້ທີ່ຈະເປັນປະໂຍດໃຫ້ແກ່ໝົດທຸກຄົນໃນສັງຄົມ

ຂໍ້ມູນຜູ້ຮ້າຍ (ຊາຍໃນພາບ) ຊື່ປັດຈຸບັນ: นายธารา เจริญนาคา (ທາລາ ຈະເລີນນາຄາ) *ຈາກຂໍ້ມູນຜູ້ຮ້າຍປ່ຽນຊື່ມາແລ້ວ5ຄັ້ງ*

ເກີດ: 04/01/ພສ2503 ອາຍຸ: 62ປີ ສັນຊາດ: ໄທ ເລກບັດປະຊາຊົນໄທ: 373-0101-433-989

About admin

Check Also

ແຕກອີກແລ້ວ

ແຕກອີກແລ້ວ ເສດຖີຄົນໃໝ່ ຖຶກເລກ 500.000.000 ກິບ ດີໃຈນຳຜູ້ໂຊກດວງເຮັງທີ່ເປັນເສດຖີຂ້າມຄືນໃນຄັ້ງນີ້ເດີ 😍ລາງວັນຊື້1,000ກີບ👉1ໂຕທ້າຍ ໄດ້ຮັບ 5,000ກີບ👉2ໂຕທ້າຍ ໄດ້ຮັບ 60,000ກີບ👉3ໂຕທ້າຍ ໄດ້ຮັບ 500,000ກີບ👉4ໂຕທ້າຍ ໄດ້ຮັບ 5,000,000 …

Leave a Reply

Your email address will not be published. Required fields are marked *