ປກສ ເມືອງຫາດຊາຍຟອງ ກວາດລ້າງກຸ່ມແກ້ງຢາເສບຕິດ
ໃນວັນທີ 21 ມີຖຸນາ 2012 ມີກຸ່ມຄົນເຄື່ອນໄຫວຈັດສົ່ງຊື້-ຂາຍຢາເສບຕິດ ຢູ່ເຂດບ້ານທ່າມ່ວງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ,
ຮອດເວລາ 16:00 ໂມງ ສາມາດຈັບຕົວຜູ້ຖືກຫາໄດ້ 1 ຄົນ
ຄື: ທ້າວ ສຸດສະດາ ຫຼື ກິໂນ້ ອາຍຸ 22 ປີ ຢູ່ບ້ານດອນປ່າໃຫມ່ ເມືອງສີສັດຕະນາກ ພ້ອມຢຶດຂອງກາງ ບ້າຈໍານວນ 1.856 ເມັດ, ໂທລະສັບ 1 ຫນ່ວຍ ແລະ ລົດຈັກ 1 ຄັນ.
ທ້າວ ສຸດສະດາ ຫຼື ກິໂນ້ ໄດ້ຊັດທອດຫາ ທ້າວ ແຫຼວທອງ ຫຼື ແຫຼ້ ອາຍຸ 36 ປີ ຢູ່ບ້ານ ໂສກປ່າຫຼວງ ເມືອງສີສັດຕະນາກ.
ຮອດເວລາ 17:30 ໂມງ ຂອງວັນດຽວກັນ ເຈົ້າຫນ້າທີ່ ກໍສາມາດຈັບຕົວ ພ້ອມຢາບ້າຈໍານວນ 247 ເມັດ,
ຢາໄອສ໌ 1 ຖົງນ້ອຍ, ໂທລະສັບມືຖື 2 ຫນ່ວຍ, ລົດຈັກ 1 ຄັນ ເງິນ 47.626.000 ກີບ ແລະ 2.000 ບາດ .
ທ້າວ ແຫຼວທອງ ສາລະພາບ ໄດ້ຊື້ຢາເສບຕິດນໍານາງ ກາຍີ້ງ ທ່າວ ອາຍຸ 28 ປີ ຢູ່
ບ້ານ ໂພນແກ້ວ ເມືອງນາຊາຍທອງ ຮອດເວລາ 19:55 ໂມງ ຂອງວັນດຽວກັນ ຈົ້າໜ້າທີ່ຈຶ່ງໄດ້ຂະຫຍາຍຜົນຈັບ ມີຢາບ້າຈໍານວນ 36.609 ເມັດ, ປືນສັ້ນຈໍານວນ 1 ບອກ ພ້ອມລູກປືນ 7 ລູກ,
ສາຍຄໍສີເຫຼືອງຄ້າຍຄໍາຈໍານວນ 1 ເສັ້ນ. 4. ໂທລະສັບ 1 ຫນ່ວຍ, ລົດຈັກ 2 ຄັນ, 2.100.000 ກີບ, 31.200 ບາດ ແລະ 50 ໂດລາ.


ຄລີບ