ຈາກສະພາບການໃນປັດຈຸບັນ ທໍ່ຫຼາຍປະເທດພົບກັບສະພາວະເງິນເຟີ້ ແລະ ບັນຫາເລື່ອງ ພະລັງງານ ເຮັດໃຫ້ລາຄານໍ້າມັນເຊື້ອໄຟ
ໃນຕະຫຼາດໂລກມີການປັບໂຕຂຶ້ນ, ສະນັ້ນ ສປປ ລາວ ຈຶ່ງຕ້ອງການເງິນຕາໃນຈໍານວນທີ່ຫຼາຍຂຶ້ນ ເພື່ອຈັດຊື້ ນໍາເຂົ້າ ໃຫ້ພຽງພໍຕໍ່ ຄວາມຕ້ອງການຊົມໃຊ້ຂອງສັງຄົມ.ທ່ານ ສອນໄຊ ສີພັນດອນ ຮອງນາຍົກ
ລັດຖະມົນຕີ ລາຍງານຄວາມຄືບຫນ້າການແກ້ໄຂບັນຫານ້ໍາມັນເຊື້ອໄຟ ແລະ ຄຸ້ມຄອງອັດຕາ ແລກປ່ຽນເງິນຕາຕ່າງປະເທດ ຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າວັນທີ 23 ມິຖຸນາ 2022 ວ່າ:
ລາວເປັນປະເທດນໍາເຂົ້ານ້ໍາມັນຮ້ອຍສ່ວນຮ້ອຍ ການນໍາໃຊ້ນ້ໍາມັນເຊື້ອໄຟສະເລ່ຍ 100 ຫາ 120 ລ້ານລິດຕໍ່ເດືອນ ຫຼື ປະມານ 1.200 ລ້ານລິດຕໍ່ປີ,
ເມື່ອກ່ອນຊື້ນ້ໍາມັນພຽງແຕ່ 600 ຫາ 700 ລ້ານໂດລາສະຫະລັດ ແມ່ນສາມາດຕອບສະຫນອງໄດ້ຢ່າງ ພຽງ ພໍກັບຄວາມຕ້ອງການນໍາໃຊ້ໃນທົ່ວປະເທດຕໍ່ປີ ແຕ່ໃນປັດຈຸບັນ
ຈາກການປັບຂຶ້ນລາຄານ້ໍາມັນຂອງຕະ ຫຼາດໂລກ 1 ໂດລາ ສະຫະລັດ ສາມາດຊື້ນ້ໍາມັນໄດ້ພຽງ 1 ລິດ ສະນັ້ນເຮັດໃຫ້ລາວຕ້ອງການເງິນຕາ ເພື່ອຊື້ນ້ໍາມັນເຊື້ອໄຟມາບໍລິການຮັບໃຊ້ສັງຄົມສູງ ເຖິງ 1 ຕື້ 200 ລ້ານໂດລາສະຫະລັດຕໍ່ປີ
ເຮັດໃຫ້ຄວາມຕ້ອງການດ້ານເງິນຕາຕ່າງປະເທດສູງຂຶ້ນຫຼາຍເຮັດໃຫ້ລາວພົບຄວາມຫຍຸ້ງຍາກໃນການຊອກຫາເງິນຕາຕ່າງປະເທດ ຊື່ງສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ ໂດຍສະເພາະອັດຕາແລກປ່ຽນຂອງ ່່
ໂດຍ ນໍາເຂົ້ານ້ໍາມັນເຊື້ອໄຟແລ້ວຫຼາຍກວ່າ 60 ລ້ານລິດ ໃນນີ້ກາຊວນ 40 ກວ່າລ້ານລິດກວມເອົາ 75% ຂອງການນໍາເຂົ້ານ້ໍາມັນທັງຫມົດ
ມາຮອດປັດຈຸບັນເຫັນໄດ້ວ່າການບໍລິການນ້ໍາມັນໃນເຂດຕົວເມືອງມີຄວາມຄ່ອງຕົວຫຼາຍຂື້ນ ແລະ ຈະສືບຕໍ່ຊຸກຍູ້ໃຫ້ຜູ້ປະກອບ ການທຸລະກິດນໍ້າມັນເຊື້ອໄຟກະຈາຍນ້ໍາມັນສູ່ເຂດຊົນນະບົດຫ່າງໄກສອກຫຼີກຢ່າງທົ່ວເຖິງ.

ທີ່ມາ: Vientiane time