ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ
ກ່າວໃນໂອກາດຂຶ້ນຊີ້ແຈງວຽກງານລັດຖະບານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາ 2022 ໃນບາງຕອນ
ເຊິ່ງທ່ານນາຍົກຍັງຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງບໍລິໂພກຂໍ້ມູນ-ຂ່າວສານຈາກສື່ສັງຄົມອອນລາຍຢ່າງມີສະຕິ,
ຕ້ອງມີການກັ່ນຕອງ ເບິ່ງເຫດ ແລະ ຜົນກ່ອນຈະແຊຂໍ້ມູນຂ່າວສານດັ່ງກ່າວນັ້ນ.
ຂໍຮຽກຮ້ອງໃຫ້ຢຸດຕິການປ່ອຍຂ່າວບິດເບືອນ, ທັບຖົມໂຈມຕີ, ບິດເບືອນຂໍ້ມູນຄວາມຈິງ ສ້າງຄວາມແຕກຕື່ນໃຫ້ແກ່ສັງຄົມ ຂໍໃຫ້ຢຸດຕິພຶດຕິກຳດັ່ງກ່າວ.