ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຮູ້ໃນໂອກາດຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນານີ້ ວ່າ: ໄລຍະຜ່ານມາ ການດໍາເນີນທຸລະກິດຂອງລັດວິສາຫະກິດທີ່ລັດຖືຮຸ້ນ 100% ສ່ວນໃຫຍ່ມີແຕ່ຂາດທຶນ ແລະ ສ້າງພາລະໃຫ້ແກ່ລັດຖະບານ.
ທ່ານໃຫ້ຮູ້ວ່າ: ປັດຈຸບັນ ລັດຖະບານ ພວມຢູ່ໃນຂະບວນການປະຕິຮູບລັດວິສາຫະກິດ ເຊີ່ງເກີດຈາກຫລາຍສາເຫດ ແຕ່ທັງໝົດແມ່ ສາເຫດພາຍໃນທີ່ສັງລວມອອກເປັນ 2 ສາເຫດໃຫຍ່ ຄື: ການບໍລິຫານງານຂອງເບື້ອງລັດ ແລະ ຜູ້ເຮັດຢູ່ລັດວິສາຫະກິດສວຍໂອກາດສໍ້ໂກງຫາຜົນປະໂຫຍດສ່ວນຕົວ,
ເນື່ອງຈາກຜ່ານການລາຍງານຂອງບັນດາບໍລິສັດລັດວິສາຫະກິດ ໃນແຕ່ລະປີແມ່ນມີໜ້ອຍທີ່ມີຜົນກໍາໄລ ເຫລືອນັ້ນແມ່ນຂາດທຶນ. ປົກກະຕິແລ້ວລັດຖະບານ ຕ້ອງອາໃສລັດວິສາຫະກິດອູ້ມຊູຍູ້ໜູນ, ແຕ່ກົງກັນຂ້າມບັນດາລັດວິສາຫະກິດຢູ່ລາວມີແຕ່ເປັນຕົວຈ່ອງດຶງ ຫລື ສ້າງໜີ້ໃຫ້ ລັດ ຖະບານໄປແກ້ໄຂຢ່າງຫລວງຫລາຍ.
ຍົກຕົວຢ່າງ ການສ້າງຕັ້ງຄັງແຮເຂົ້າແຕ່ໃນຕົວຈິງບໍ່ເຫັນຮອດເຂົ້າ. ນອກຈາກນີ້ ໃນການນໍາເຂົ້ານໍ້າມັນເຊື້ອໄຟ ຕາມການລາຍງານພາຍໃນປະເທດ ແມ່ນ 1.200 ລ້ານລິດ/ປີ, ແຕ່ຜ່ານການໄປເອົາຂໍ້ມູນຕົວຈິງຈາກ ຫວຽດນາມ ແລະ ໄທ
ທີ່ລາວນໍາເຂົ້ານໍ້າມັນນໍາ, ລວມກັນແລ້ວ ແມ່ນ 1.900 ລ້ານລິດ/ປີ, ເຊີ່ງໝາຍຄວາມວ່າເຈົ້າໜ້າທີ່ກ່ຽວຂ້ອງຂອງລັດຮ່ວມກັບບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟສວຍໂອກາດຫາຜົນປະໂຫຍດໃສ່ຕົວເອງ.
