ຍັງມີຫລາກຫລາຍພະລິດຕະພັນທີ່ບໍ່ໄດ້ຮູບຫມົດ ຜຸ້ຜະລິດລາວເຮົາສາມາດໂພສໂຄສະນາຄຸນນະພາບສິນຄ້າໂຕເອງໃຫ້ພວກເຮົາຮູ້ນຳໃຕ້ຄອມເມ້ນນີ້ໄດ້ເດີ້ ສູ້ໆ ທຸກທ່ານດຽວກໍຜ່ານໄປ
ຂໍແຕ່ເຮົາຍັງມີຄວາມເຊື່ອຫມັ້ນແລະສັດທາ ແນ່ນອນເຮົາຕ້ອງຜ່ານຜ່າໄປນຳກັນໄດ້ ລຖບ ກໍຄືພໍ່ແມ່ຜູ້ປົກຄອງເຮົາເພິ່ນບໍ່ໄດ້ປ່ອຍຜ່ານບັນຫາ
ແຕ່ການແກ້ແຕ່ລະບັນຫາຕ້ອງຄຳນຶງຜົນກະທົບທີ່ຈະຕາມມາຮອບດ້ານ ກ່ອນຕັດສິນໃຈ ໃຈເຢັນໆກັນແດ່ເດີ້ ໃຫ້ກຳລັງໃຈກັນທຸກພາກສ່ວນ ທີ່ກຳລັງປະຕິບັດຫນ້າທີ່ຢ່າງເຕັມສ່ວນ ຕຳນິກັນແບບສ້າງສັນ
ໃຫ້ກຽດເຊິ່ງກັນແລະກັນ ປຊ ເປັນກຳລັງທີ່ສຳຄັນໃນການສະຫນັບສະຫນູນ ທີ່ຈະໃຫ້ການແກ້ບັນຫາປະສົບຜົນສຳເລັດໄດ້ໄວຫລືຊ້າແມ່ນຈະຕ້ອງຊ່ວຍກັນທຸກທາງຈຶ່ງສຳເລັດຕາມເປົ້າຫມາຍ.
ສະພາບວິກິດເສດຖະກິດເປັນແບບນີ້ທົ່ວໂລກ ບໍ່ມີແຕ່ເຮົາ ກະທົບກັນທົ່ວຫນ້າທີ່ເກີດຂື້ນຈາກຫລາຍປັດໃຈ ທັງພາຍນອກ ແລະພາຍໃນ
ສະນັ້ນຕອນນີ້ແມ່ນ ຄວາມສາມັກຄີພາຍໃນ ເພື່ອບໍ່ໃຫ້ສັດຕູມາແຊກແຊງເຮັດໃຫ້ເຮົາແຕກຄວາມສາມັກຄີກັນໄດ້ ການໃຫ້ການຮ່ວມມືໃນການປະຕິບັດແຕ່ລະມາດຕະການ ຂອງ ລຖບ ອາດຖືກໃຈແລະບໍ່ຖືກໃຈທຸກຄົນແຕ່ຊ່ວງປັບໂຕກໍຈະອຶດອັດແດ່
ແຕ່ສຸດທ້າຍແລ້ວເຮົາຕ້ອງໄດ້ກ້າວໄປສູ່ລະບົບລະບຽບໃນທີ່ສຸດ ຈຶ່ງຈະບໍ່ເກີດບັນຫາເກົ່າຊໍ້າອີກ ສູ້ໆທຸກທ່ານ ✌️✌️
#ສົ່ງເສີມສິນຄ້າລາວ


ທີ່ມາ ທ່ານ ນາງວາລີ